Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:3 - ພຣະຄຳພີສັກສິ

3 ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ຂ້າພະເຈົ້າ​ພົບ​ພຣະອົງ​ຫລື​ບໍ່? ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ກັບ​ມາ​ບອກ​ທ່ານ​ວ່າ ພຣະອົງ​ໄດ້​ກ່າວ​ຫຍັງ​ແດ່.” ສະນັ້ນ ບາລາອາມ​ຈຶ່ງ​ໄປ​ທີ່​ຈອມ​ພູ​ແຕ່​ຜູ້​ດຽວ

Uka jalj uñjjattʼäta Copia luraña




ຈົດບັນຊີ 23:3
16 Jak'a apnaqawi uñst'ayäwi  

ອັບຣາຮາມ​ແນມ​ໄປ​ຮອບໆ​ຕົວ ແລະ​ເຫັນ​ແກະເຖິກ​ໂຕໜຶ່ງ ຊຶ່ງ​ເຂົາ​ຂອງ​ມັນ​ຄາ​ພຸ່ມໄມ້​ຢູ່. ເພິ່ນ​ຈຶ່ງ​ໄປ​ອຸ້ມ​ເອົາ​ມັນ​ມາ​ຂ້າ​ຖວາຍ​ແທນ​ລູກຊາຍ​ຂອງຕົນ.


ພຣະເຈົ້າ​ສັ່ງ​ວ່າ, “ເອົາ​ອີຊາກ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ຄົນ​ດຽວ​ທີ່​ເຈົ້າ​ຮັກ​ຫລາຍ​ນັ້ນ ໄປ​ທີ່​ແຄວ້ນ​ໂມຣິຢາ. ໃຫ້​ເຈົ້າ​ເຜົາ​ລາວ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ເຮົາ​ຢູ່​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ຊຶ່ງ​ເຮົາ​ຈະ​ບອກ​ເຈົ້າ​ທີ່​ນັ້ນ.”


ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ.


ແລ້ວ​ເຢທະໂຣ​ກໍ​ຂ້າ​ສັດ​ເຜົາ​ທັງ​ໂຕ ແລະ​ເອົາ​ເຄື່ອງ​ບູຊາ​ອື່ນໆ​ຖວາຍ​ແກ່​ພຣະເຈົ້າ; ຝ່າຍ​ອາໂຣນ ແລະ​ພວກ​ຜູ້ນຳ​ກໍໄດ້​ໄປ​ຮ່ວມ​ກິນ​ເຂົ້າຈີ່​ຮ່ວມ​ກັບ​ພໍ່ເຖົ້າ​ຂອງ​ໂມເຊ ເພື່ອ​ເປັນ​ການ​ນະມັດສະການ​ພຣະເຈົ້າ.


ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ


ລາວ​ຕອບ​ເພິ່ນ​ວ່າ, “ຂ້າພະເຈົ້າ​ກ່າວ​ໄດ້​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ບາລາອາມ​ໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ພົບ​ພຣະອົງ​ຢູ່​ທີ່​ອື່ນ.”


ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ທັງສອງ​ໄດ້​ຖວາຍ​ງົວເຖິກ​ກັບ​ແກະເຖິກ​ແນວ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່ລະອັນ.


ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ຂ້າພະເຈົ້າ​ຕ້ອງ​ກ່າວ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ.”


ແລະ​ພຣະເຈົ້າ​ກໍ​ມາ​ພົບ​ບາລາອາມ, ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ຂ້ານ້ອຍ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ ແລະ​ຂ້າ​ງົວເຖິກ​ກັບ​ແກະເຖິກ​ຖວາຍ​ໄວ້​ເທິງ​ແຕ່ລະ​ແທ່ນ​ຢູ່​ທີ່ນັ້ນ.”


ໃນ​ເທື່ອ​ນີ້ ບາລາອາມ​ຮູ້​ວ່າ​ພຣະເຈົ້າຢາເວ​ຢາກ​ໃຫ້​ຕົນ​ອວຍພອນ​ປະຊາຊົນ​ອິດສະຣາເອນ; ສະນັ້ນ ລາວ​ຈຶ່ງ​ບໍ່ໄດ້​ໄປ​ເບິ່ງໂຊກ​ເບິ່ງລາງ​ຕາມ​ທີ່​ຕົນ​ໄດ້​ກະທຳ​ມາ. ລາວ​ໄດ້​ອ່ວາຍ​ໜ້າ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ


ອີກເທື່ອໜຶ່ງ ມານຮ້າຍ​ກໍ​ພາ​ພຣະເຢຊູເຈົ້າ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງສຸດ​ແຫ່ງ​ໜຶ່ງ ແລະ​ສຳແດງ​ບັນດາ​ອານາຈັກ​ແຫ່ງ​ໂລກນີ້​ກັບ​ຄວາມ​ຍິ່ງໃຫຍ່​ທັງໝົດ​ໃຫ້​ພຣະອົງ​ເຫັນ.


ແຕ່​ເຮົາ​ບໍ່​ຟັງ​ຄຳ​ຂອງ​ບາລາອາມ. ດັ່ງນັ້ນ ລາວ​ຈຶ່ງ​ອວຍພອນ​ພວກເຈົ້າ. ດ້ວຍ​ວິທີ​ນີ້ ທີ່​ເຮົາ​ໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ບາຫລາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka