28 ສະນັ້ນ ເພິ່ນຈຶ່ງພາບາລາອາມໄປເທິງພູເປອໍ ບ່ອນທີ່ສາມາດແນມເຫັນຖິ່ນແຫ້ງແລ້ງກັນດານ.
ແລ້ວທີ່ເປອໍພວກເຂົາກໍໄດ້ຮ່ວມຂາບໄຫວ້ພະບາອານ ແລະໄດ້ຖວາຍເຄື່ອງບູຊາແກ່ພະທີ່ບໍ່ມີຊີວິດ.
ແລະຈາກບາໂມດເຖິງຮ່ອມພູທີ່ເຂດແດນຂອງໂມອາບ ໃຕ້ຍອດພູປີສະກາຊຶ່ງແນມອອກໄປເຫັນຖິ່ນແຫ້ງແລ້ງກັນດານ.
ເຈົ້າບາຫລາກໄດ້ເວົ້າວ່າ, “ຈົ່ງມາພີ້ກັບເຮົາ ແລະເຮົາຈະພາເຈົ້າໄປທີ່ອື່ນອີກ. ບາງທີໃນທີ່ນັ້ນ ພຣະເຈົ້າຈະຍິນຍອມໃຫ້ເຈົ້າສາບແຊ່ງພວກເຂົາສຳລັບເຮົາກໍໄດ້.”
ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ຈົ່ງເຮັດແທ່ນບູຊາຂຶ້ນໃນທີ່ນີ້ເຈັດແທ່ນໃຫ້ຂ້າພະເຈົ້າ ແລະນຳງົວເຖິກແລະແກະເຖິກເຈັດໂຕມາ.”
ໃນເທື່ອນີ້ ບາລາອາມຮູ້ວ່າພຣະເຈົ້າຢາເວຢາກໃຫ້ຕົນອວຍພອນປະຊາຊົນອິດສະຣາເອນ; ສະນັ້ນ ລາວຈຶ່ງບໍ່ໄດ້ໄປເບິ່ງໂຊກເບິ່ງລາງຕາມທີ່ຕົນໄດ້ກະທຳມາ. ລາວໄດ້ອ່ວາຍໜ້າໄປທາງຖິ່ນແຫ້ງແລ້ງກັນດານ