Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:24 - ພຣະຄຳພີສັກສິ

24 ປະຊາຊົນ​ພວກ​ນີ້ ຈະ​ລຸກ​ຂຶ້ນ​ເໝືອນ​ດັ່ງ​ໂຕສິງ ມັນ​ຈະ​ກັດ​ກິນ​ເນື້ອໜັງ ສິ່ງ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ມັນ​ນັ້ນ. ມັນ​ຈະ​ດູດ​ກິນ​ເລືອດ ຂອງ​ຜູ້​ທີ່​ຖືກ​ເຄາະຮ້າຍ​ທັງຫລາຍ ແລ້ວ​ກໍ​ພາກັນ​ຍ່າງຍ້າຍ​ໄປ ຫລົບ​ເຂົ້າ​ສູ່​ໝົ້ງ​ນອນ​ພຸ້ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 23:24
20 Jak'a apnaqawi uñst'ayäwi  

ສ່ວນ​ເບັນຢາມິນ ນັ້ນ ຄື​ໝາໄນ​ໂຕ​ຫ້ຽມໂຫດ ຕອນເຊົ້າ​ລ່າເນື້ອ​ໄດ້​ແລະ​ແບ່ງກັນ​ໃນ​ຕອນແລງ.”


ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ; ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້. ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.


ບັນລັງ​ນັ້ນ​ມີ​ຂັ້ນໄດ​ຫົກ​ຂັ້ນ ແລະ​ມີ​ອັນ​ຮອງ​ຕີນ​ທີ່​ໂອບ​ດ້ວຍ​ຄຳ. ແຕ່ລະ​ຂ້າງ​ຂອງ​ບັນລັງ​ມີ​ອັນ​ຮອງ​ແຂນ ແລະ​ມີ​ຮູບ​ໂຕສິງ​ຢືນ​ຢູ່​ແຕ່ລະ​ຂ້າງ.


ພວກເຂົາ​ເປັນ​ດັ່ງ​ຝູງ​ສິງ​ໂຕຮ້າຍ​ທີ່​ຄອຍຖ້າ​ເຫຍື່ອ ຊຶ່ງ​ດັກຈັບ ເພື່ອ​ກັດ​ຈີກ​ກິນ​ຂ້ານ້ອຍ​ເປັນ​ຕ່ອນໆ.


ສິງ ເປັນ​ສັດ​ທີ່​ແຂງແຮງ​ກວ່າໝູ່ ແລະ​ບໍ່​ຢ້ານ​ຫຍັງ​ເລີຍ,


ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ຜູ້ລ້ຽງແກະ​ຈະ​ຮ້ອງ​ສຽງດັງ​ປານໃດ​ກໍຕາມ ລາວ​ກໍ​ເຮັດ​ໃຫ້​ໂຕສິງ​ຢ້ານກົວ ແລະ​ແລ່ນ​ໜີ​ຈາກ​ແກະ​ທີ່​ມັນ​ຂ້າ​ນັ້ນ​ບໍ່ໄດ້; ດັ່ງນັ້ນ ກໍ​ບໍ່ມີ​ຫຍັງ​ທີ່​ກີດກັ້ນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບໍ່​ໃຫ້​ຄຸ້ມຄອງ​ພູເຂົາ​ຊີໂອນ​ໄດ້.


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ເມື່ອ​ໄດ້ຍິນ​ໂຕສິງ​ຮ້ອງ​ແຜດສຽງ​ຄຳຣາມ ຜູ້ໃດ​ເດ​ຈະ​ລະງັບ​ຄວາມ​ຢ້ານກົວ​ໄວ້​ໄດ້? ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຈາ ຜູ້ໃດ​ແດ່​ຈະ​ກ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ໄດ້?


ບັດນີ້ ນະຄອນ​ນີ້​ໄປ​ໃສ​ແລ້ວ​ນໍ? ກໍ​ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງ​ມາ​ອາໄສ​ຢູ່ ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງໜຸ່ມ​ໄດ້​ມີ​ເຫຍື່ອ​ກິນ ສິງຜູ້​ທັງ​ສິງແມ່​ໄດ້​ອາໄສ​ຢ່າງ​ປອດໄພ​ກັບ​ລູກໆ.


ສິງ​ໄດ້​ຂ້າ​ເຫຍື່ອ​ຂອງ​ມັນ​ກິນ​ເປັນ​ອາຫານ ແລ້ວ​ກໍ​ຈີກ​ເຫຍື່ອ​ທີ່​ໄດ້​ມາ​ເປັນ​ຕ່ອນໆ; ແລ້ວ​ກໍ​ປັນ​ໃຫ້​ສິງແມ່ ແລະ​ລູກໆ​ຂອງມັນ​ກິນ ຈົນ​ຖໍ້າ​ເຕັມ​ໄປ​ດ້ວຍ​ຊີ້ນ​ສັດ​ທີ່​ມັນ​ຂ້າ​ມາ​ໄດ້.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຖິງ​ແມ່ນ​ເຈົ້າ​ບໍ່​ຍອມ​ສາບແຊ່ງ ປະຊາຊົນ​ອິດສະຣາເອນ​ກໍຕາມ ແຕ່​ເຈົ້າ​ຢ່າ​ອວຍພອນ​ພວກເຂົາ​ແມ.”


ຂ້າພະເຈົ້າ​ແນມ​ເບິ່ງ ໄປ​ໃນ​ຄັ້ງໜ້າ​ຄັ້ງໃນ ແລະ​ຂ້າພະເຈົ້າ​ໄດ້​ເຫັນ ຊົນຊາດ​ອິດສະຣາເອນ​ນີ້. ມີ​ກະສັດ​ອົງ​ໜຶ່ງ​ຈະ​ເກີດຂຶ້ນ ດັ່ງ​ດວງ​ແຈ້ງ​ໃນ​ຊົນຊາດ​ຂອງ​ພວກເຂົາ ເໝືອນ​ດາວ​ຫາງ​ອັນ​ຊົງຣິດ ທີ່​ມາ​ຈາກ​ຊາດ​ອິດສະຣາເອນ​ນັ້ນ ເພິ່ນ​ຈະ​ເຂັ່ນຂ້າ​ເປັນ​ໝູ່ ຜູ້ນຳ​ຂອງ​ໂມອາບ​ທັງຫລາຍ ຜູ້​ທີ່​ໂຫດຮ້າຍ​ແລະ​ຈອງຫອງ. ເພິ່ນ​ຈະ​ປາບ​ພວກເຂົາ​ໝົດ​ທຸກຄົນ​ຖິ້ມ.


ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ກາດ​ວ່າ, “ສັນລະເສີນ​ພຣະເຈົ້າ​ຜູ້​ບຸກເບີກ​ຂະຫຍາຍ​ເຂດແດນ ຄື​ໃຫ້​ເຂດແດນ​ພວກເຂົາ​ກວ້າງໄກ​ໄປ​ຫລາຍເທົ່າ. ພຣະເຈົ້າ​ຄອຍ​ເຝົ້າ​ເໝືອນ​ໂຕ​ສິງ​ຄອຍ​ຄຸບ​ເຫຍື່ອ ເພື່ອ​ຄອຍ​ຫັກ​ແຂນ​ແລ້ວ​ຈຶ່ງ​ລອກ​ເນື້ອ​ເຖືອໜັງ.


ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka