Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:21 - ພຣະຄຳພີສັກສິ

21 ຂ້າພະເຈົ້າ​ຫຼິງ​ເຫັນ​ວ່າ ອະນາຄົດ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ນຳ​ໂຊກຮ້າຍ​ໃດໆ ຫລື​ຄວາມ​ລຳບາກ​ມາ​ສູ່​ພວກເຂົາ​ຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ກໍ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ປະກາດ​ວ່າ​ພຣະອົງ ເປັນ​ກະສັດ​ຂອງ​ພວກ​ເຂົາເຈົ້າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 23:21
49 Jak'a apnaqawi uñst'ayäwi  

ພຣະເຈົ້າ​ເອງ​ເປັນ​ຜູ້​ນຳພາ​ຂອງ​ພວກເຮົາ ແລະ​ປະໂຣຫິດ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນີ້​ໂດຍ​ມີ​ແກ​ຕຽມພ້ອມ​ທີ່​ຈະ​ເປົ່າ ເພື່ອ​ເອີ້ນ​ພວກເຮົາ​ເຂົ້າ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກທ່ານ​ເທາະ ພວກທ່ານ​ຕີ​ຊະນະ​ບໍ່ໄດ້​ດອກ.”


ທິດ​ຕາເວັນອອກ​ໄກ​ຈາກ​ທິດ​ຕາເວັນຕົກ​ເທົ່າໃດ ພຣະອົງ​ກໍ​ຍົກ​ການບາບ​ຂອງ​ພວກເຮົາ​ໄປ​ໄກ​ເທົ່ານັ້ນ.


ຈົ່ງ​ຟັງ​ສຽງ​ປະຊາຊົນ​ຂອງ​ພຣະເຈົ້າ​ໂຮຮ້ອງ​ຍິນດີ ເພາະ​ຄວາມມີໄຊ​ທີ່​ຜ້າເຕັນ​ຂອງ​ເຂົາເຈົ້າ ຣິດທານຸພາບ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ຫລາຍ ພຣະເຈົ້າຢາເວ​ກຳ​ໄຊຊະນະ​ຄັ້ງ​ຍິ່ງໃຫຍ່.


ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ໃນ​ນະຄອນ​ເຢຣູຊາເລັມ​ບ່ອນ​ທີ່​ພຣະອົງ​ປະທັບ​ຢູ່​ນັ້ນ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ເຖິງ​ວ່າ​ຜ່ານ​ຮ່ອມພູ​ອັນ​ມືດໜາ ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ເພາະ​ພຣະອົງ​ຢູ່​ດ້ວຍ. ໄມ້ຄ້ອນ​ແລະ​ໄມ້ເທົ້າ​ຂອງ​ພຣະອົງ ກໍ​ປົກປ້ອງ​ຮັກສາ​ຂ້ານ້ອຍ​ໃຫ້​ພົ້ນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າຢາເວ​ບໍ່​ຕໍ່ວ່າ​ເພາະ​ເຮັດ​ຜິດ ແລະ​ເປັນ​ຂອງ​ຜູ້​ທີ່​ພົ້ນ​ຈາກ​ການ​ຫລອກລວງ​ທັງ​ສິ້ນ.


ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ເປັນ​ກະສັດ ແຜ່ນດິນ​ໂລກ​ຈົ່ງ​ເບີກບານ​ໃຈ ເກາະ​ທັງຫລາຍ​ຕາມ​ທະເລ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ​ເຖີດ.


ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ໃນ​ຊີໂອນ ຄື​ພຣະອົງ​ເປັນ​ອົງ​ສູງສຸດ​ເໜືອ​ທົ່ວ​ທຸກ​ຊົນຊາດ.


ໃນ​ລະຫວ່າງ​ການ​ເດີນທາງ​ນັ້ນ ພຣະເຈົ້າຢາເວ​ໄດ້​ນຳ​ໜ້າ​ພວກເຂົາ​ໄປ ໂດຍ​ບັນດານ​ໃຫ້​ມີ​ເສົາເມກ​ຊີ້​ທາງ​ໄປ​ໃນ​ເວລາ​ກາງເວັນ ແລະ​ມີ​ເສົາໄຟ​ເຍືອງ​ທາງ​ໄປ​ໃນ​ເວລາ​ກາງຄືນ ເພື່ອ​ພວກເຂົາ​ຈະ​ເດີນທາງ​ທັງ​ກາງເວັນ​ແລະ​ກາງຄືນ​ໄດ້.


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


ເພິ່ນ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້ ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ນຳ​ໜ້າ​ພວກ​ຂ້ານ້ອຍ​ໄປ​ເຖີດ. ປະຊາຊົນ​ພວກ​ນີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ, ແຕ່​ຂໍ​ຊົງ​ໂຜດ​ຍົກຜິດ​ຍົກບາບ​ຂອງ​ພວກ​ຂ້ານ້ອຍ​ແດ່ທ້ອນ ແລະ​ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້ານ້ອຍ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຮົາ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ. ພວກເຮົາ​ຈະ​ໄດ້​ຢູ່​ໃກ້​ແມ່ນໍ້າ​ລຳທານ​ອັນ​ກວ້າງໃຫຍ່ ແຕ່​ເຮືອ​ຂອງ​ເຫຼົ່າ​ສັດຕູ​ຈະ​ບໍ່ໄດ້​ຈອດ​ຢູ່​ໃນ​ທີ່ນັ້ນ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ແລ້ວ​ຄວາມ​ຂົມຂື່ນ​ກໍ​ຈະ​ຫັນ​ປ່ຽນ​ເປັນ​ສັນຕິສຸກ ເພາະ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ ​ຊີວິດ​ຂ້ານ້ອຍ​ໄວ້; ໂດຍ​ເຮັດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ທຸກຢ່າງ ການບາບ​ຂອງ​ຂ້ານ້ອຍ​ກໍໄດ້​ຮັບ​ອະໄພ.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ບໍ່​ພົບ​ການບາບ​ໃນ​ອິດສະຣາເອນ ແລະ​ຄວາມຜິດ​ໃນ​ຢູດາ ເພາະ​ເຮົາ​ຈະ​ຍົກໂທດ​ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ໄວ້​ຊີວິດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ລວງຍາວ​ທັງໝົດ​ຂອງ​ກຳແພງ​ທັງ​ສີ່​ດ້ານ​ຂອງ​ນະຄອນ ມີ​ເກົ້າພັນ​ແມັດ. ຕັ້ງແຕ່​ນີ້​ຕໍ່ໄປ​ຊື່​ຂອງ​ນະຄອນ​ນີ້​ແມ່ນ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ທີ່ນີ້.”


ອິດສະຣາເອນ​ເອີຍ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ສະຖິດ​ຢູ່​ນຳ ແລະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່ມີ​ພຣະເຈົ້າ​ອື່ນ​ໃດ​ອີກ​ມີ​ແຕ່​ເຮົາ​ເທົ່ານັ້ນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.


‘ພຣະເຈົ້າຢາເວ​ຜູ້​ບໍ່​ຮ້າຍ​ງ່າຍ, ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຊື່​ຕະຫລອດໄປ ພ້ອມ​ທັງ​ຍົກ​ບາບ​ໃຫ້​ອະໄພ​ແກ່​ຜູ້​ທີ່​ກະບົດ​ຕໍ່ສູ້​ເຮົາ, ແຕ່​ເຮົາ​ຈະ​ບໍ່​ລະເລີຍ​ທີ່​ຈະ​ລົງໂທດ ລູກຫລານ​ຂອງ​ຜູ້​ທີ່​ໄດ້​ກະທຳ​ບາບ​ຕໍ່ສູ້​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ເຊັ່ນ​ຄົນ ສຳລັບ​ການບາບ​ຂອງ​ພໍ່​ແມ່​ພວກເຂົາ.’


ຂໍ​ຊົງ​ຍົກ​ໂທດບາບ​ໃຫ້​ຄົນ​ເຫຼົ່ານີ້​ເສຍເຖີດ ຕາມ​ຄວາມຮັກ​ອັນ​ໝັ້ນຄົງ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຍົກ​ໂທດບາບ​ໃຫ້​ພວກເຂົາ ຕອນ​ທີ່​ຫາກໍໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນ​ເຖິງ​ທຸກ​ວັນນີ້.”


ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”


ບໍ່​ວ່າ​ຈະ​ເປັນ​ສອງມື້, ໜຶ່ງເດືອນ, ໜຶ່ງ​ປີ ຫລື​ດົນນານ​ກໍຕາມ, ຕາບໃດ​ທີ່​ເມກ​ປົກຄຸມ​ຫໍເຕັນ​ສັກສິດ​ຢູ່ ພວກເຂົາ​ກໍ​ຈະ​ບໍ່​ຍົກຍ້າຍ​ໄປ​ໃສ​ເປັນ​ເດັດຂາດ, ແຕ່​ເມື່ອໃດ​ທີ່​ເມກ​ລອຍ​ຂຶ້ນ​ໄປ​ແລ້ວ ເມື່ອນັ້ນ​ພວກເຂົາ​ກໍ​ຕ້ອງ​ຍົກຍ້າຍ​ໂລດ.


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວລາ​ຕໍ່ໄປ ຕາມ​ຂະບວນ​ຝ່າຍ​ຄວາມ​ໄຊຊະນະ​ໂດຍ​ພຣະຄຣິດ ແລະ​ຊົງ​ໂຜດ​ປະທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້ຈັກ​ພຣະອົງ ໃຫ້​ປາກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ.


ເພາະ​ໂດຍ​ທາງ​ພຣະຄຣິດ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ຄືນ​ດີ​ກັບ​ພຣະອົງ ພຣະເຈົ້າ​ບໍ່ໄດ້​ຖື​ໂທດ​ຕໍ່​ການບາບ​ຂອງ​ພວກເຂົາ ແລະ​ພຣະອົງ​ໄດ້​ຊົງ​ມອບ​ຂ່າວ​ເລື່ອງ​ການ​ຄືນ​ດີ​ໄວ້​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ພວກເຮົາ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ໂດຍ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຈະ​ນຳພາ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ.”


ແຕ່​ພວກເຈົ້າ​ນັ້ນ ພັດ​ບໍ່​ຈົງຮັກ​ແລະ​ພັກດີ ບໍ່​ເໝາະສົມ​ທີ່​ຈະ​ເປັນ ໄພ່ພົນ​ຂອງ​ພຣະອົງ ຄື​ເປັນ​ຊົນຊາດ​ບາບ ທີ່​ກະທຳ​ຜິດ​ຕະຫລອດ​ມາ ພາກັນ​ຄົດໂກງ​ແລະ​ຫັນໜີ ຈາກ​ພຣະເຈົ້າ​ມາ​ຕະຫລອດ.


ພຣະອົງ​ເປັນ​ກະສັດ​ອົງ​ສູງສຸດ ເປັນ​ຜູ້​ປົກປ້ອງ​ຮັກສາ​ຊົນຊາດ​ອິດສະຣາເອນ​ໄວ້ ເມື່ອ​ຕ່າງ​ເຜົ່າ​ເຫຼົ່າ​ຫົວໜ້າ​ພາກັນ​ມາ​ທົ່ວ​ທຸກ​ທິດ ຮ່ວມ​ເປັນ​ຈິດໃຈ​ໜຶ່ງ​ແທ້​ທຸກ​ທົ່ວ​ໜ້າ​ມາ​ປະຊຸມ.


ຕັ້ງແຕ່​ມື້​ທີ່​ຂ້າພະເຈົ້າ​ໄດ້​ຮູ້ຈັກ​ພວກເຈົ້າ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ຕະຫລອດ​ມາ.


ຝ່າຍ​ກີເດໂອນ​ກໍ​ເວົ້າ​ຕໍ່​ເທວະດາ​ນັ້ນ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຂໍ​ຖາມ​ວ່າ ຖ້າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກ​ຂ້ານ້ອຍ​ແທ້ ເປັນຫຍັງ​ເຫດ​ຮ້າຍ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ? ສິ່ງ​ອັດສະຈັນ​ຕ່າງໆ​ທີ່​ປູ່ຍ່າຕາຍາຍ​ໄດ້​ເລົ່າ​ສູ່​ພວກ​ຂ້ານ້ອຍ​ຟັງ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄປ​ໃສ​ໝົດ? ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ ແລະ​ໄດ້​ມອບ​ພວກ​ຂ້ານ້ອຍ​ໃຫ້​ຢູ່​ໃຕ້​ກຳມື​ພວກ​ມີດີອານ.”


ຂໍໂຜດ​ກະລຸນາ​ຍົກໂທດ​ໃນ​ສິ່ງໃດໆ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ນັ້ນ​ສາ. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ເປັນ​ກະສັດ​ຕະຫລອດ​ທັງ​ເຊື້ອສາຍ​ຂອງທ່ານ​ດ້ວຍ ເພາະ​ທ່ານ​ກຳລັງ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ. ທ່ານ​ຄົງ​ບໍ່​ເຮັດ​ການຊົ່ວ ຢ່າງ​ໃດ​ເລີຍ ຕາບໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka