Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:20 - ພຣະຄຳພີສັກສິ

20 ພຣະອົງ​ແນະນຳ​ຂ້າພະເຈົ້າ ໃຫ້​ກ່າວ​ຄຳອວຍພອນ ແລະ​ເມື່ອ​ພຣະເຈົ້າ​ອວຍພອນ ຂ້າພະເຈົ້າ​ບໍ່​ຫ່ອນ​ຈະ​ຢັບຢັ້ງ​ໄດ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 23:20
12 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ພໍ​ໄດ້ຍິນ​ດັ່ງນັ້ນ ອີຊາກ​ຈຶ່ງ​ຕົກໃຈ​ທັງ​ສັ່ນ​ໝົດ​ຕົວ ແລະ​ຖາມ​ວ່າ, “ຖ້າດັ່ງນັ້ນ ແມ່ນ​ໃຜ​ທີ່​ຂ້າ​ສັດ ແລະ​ຈັດແຈ່ງ​ອາຫານ​ເອົາ​ມາ​ໃຫ້​ພໍ່​ກິນ? ພໍ່​ໄດ້​ກິນ ແລະ​ອວຍພອນ​ທຸກຢ່າງ​ແກ່​ລາວ​ແລ້ວ ກ່ອນ​ເຈົ້າ​ມາ​ຮອດ ແລະ​ພອນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ລາວ​ຕະຫລອດໄປ.”


ຂ້ານ້ອຍ​ຂໍ​ໃຫ້​ພຣະອົງ​ອວຍພອນ​ເຊື້ອສາຍ​ຂອງ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະ​ເມດຕາ​ກະລຸນາ. ພຣະເຈົ້າຢາເວ ພຣະອົງ​ໄດ້​ອວຍພອນ​ພວກເຂົາ ແລະ​ຂໍ​ໃຫ້​ພຣະພອນ​ນັ້ນ​ດຳລົງ​ຢູ່​ກັບ​ພວກເຂົາ​ຕະຫລອດໄປ​ເທີ້ນ.”


ເຮົາ​ເປັນ​ພຣະເຈົ້າ ເຮົາ​ເປັນ​ຢູ່ສືບໄປ ບໍ່ມີ​ຜູ້ໃດ​ປົບໜີ​ຈາກ​ຣິດອຳນາດ​ຂອງເຮົາ​ໄດ້. ມີ​ຜູ້ໃດ​ແດ່​ທີ່​ປ່ຽນແປງ​ເຫດການ​ຕ່າງໆ​ໄດ້​ນໍ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ​ບໍ່ມີ​ຜູ້ໃດ​ປ່ຽນແປງ​ໄດ້.”


ພຣະເຈົ້າ​ໄດ້​ບອກ​ບາລາອາມ​ວ່າ, “ຢ່າ​ໄປ​ກັບ​ຄົນ​ເຫຼົ່ານີ້ ແລະ​ຢ່າ​ສາບແຊ່ງ​ປະຊາຊົນ​ອິດສະຣາເອນ ເພາະ​ແມ່ນ​ເຮົາເອງ​ທີ່​ອວຍພອນ​ພວກເຂົາ.”


ແຕ່​ບາລາອາມ​ໄດ້​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ເຈົ້າ​ບາຫລາກ​ຈະ​ມອບ​ເງິນຄຳ​ທັງໝົດ ຢູ່​ໃນ​ພະຣາຊວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ບໍ່ໄດ້ ແມ່ນແຕ່​ເລື່ອງ​ເລັກນ້ອຍ​ກໍຕາມ.


ບາລາອາມ​ຈຶ່ງ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ນີ້​ແລ້ວ​ບໍ່ແມ່ນ​ບໍ? ແຕ່​ບັດນີ້ ຂ້າພະເຈົ້າ​ຈະ​ມີ​ອຳນາດ​ເຮັດ​ຫຍັງ​ໄດ້​ແດ່? ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າ​ບອກ​ໃຫ້​ກ່າວ​ເທົ່ານັ້ນ.”


“ຖ້າ​ພວກເຂົາ​ຫາກ​ກ່າວ​ຄຳອວຍພອນ​ແກ່​ລູກ​ຫຼານ​ອິດສະຣາເອນ ໃນ​ນາມຊື່​ຂອງເຮົາ​ດັ່ງນີ້ ເຮົາ​ກໍ​ຈະ​ອວຍພອນ​ພວກເຂົາ.”


ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ​ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ​ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka