Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:2 - ພຣະຄຳພີສັກສິ

2 ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ທັງສອງ​ໄດ້​ຖວາຍ​ງົວເຖິກ​ກັບ​ແກະເຖິກ​ແນວ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່ລະອັນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 23:2
6 Jak'a apnaqawi uñst'ayäwi  

ແຕ່ລະວັນ​ໃນ​ເຈັດ​ວັນ​ຂອງ​ເທດສະການ​ນັ້ນ ລາວ​ຈະ​ຕ້ອງ​ຖວາຍບູຊາ​ງົວເຖິກ​ເຈັດ​ໂຕ ກັບ​ແກະເຖິກ​ເຈັດ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ໂດຍ​ໃຫ້​ເຜົາ​ທັງໝົດ​ຖວາຍ​ແກ່​ພຣະເຈົ້າຢາເວ, ແຕ່ລະວັນ​ລາວ​ຈະ​ຕ້ອງ​ຖວາຍ​ແບ້ເຖິກ​ໂຕໜຶ່ງ ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ບາບ.


ເພິ່ນ​ໄດ້​ກ່າວ​ແກ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລ້ວ​ໃຫ້​ນຳ​ເອົາ​ງົວ​ແລະ​ແກະເຖິກ​ແນວ​ລະ​ເຈັດ​ໂຕ​ມາ​ໃຫ້​ຂ້າພະເຈົ້າ.”


ເພິ່ນ​ໄດ້​ພາ​ລາວ​ໄປ​ທີ່​ນາ​ຂອງ​ໂຊພິມ​ເທິງ​ພູ​ປີສະກາ. ຢູ່​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ​ເຊັ່ນກັນ ແລະ​ຖວາຍ​ງົວເຖິກ​ແລະ​ແກະເຖິກ​ໄວ້​ໃນ​ແຕ່ລະ​ແທ່ນ.


ບາລາອາມ​ໄດ້​ເວົ້າ​ກັບ​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ເຮັດ​ແທ່ນບູຊາ​ຂຶ້ນ​ໃນ​ທີ່​ນີ້​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລະ​ນຳ​ງົວເຖິກ​ແລະ​ແກະເຖິກ​ເຈັດ​ໂຕ​ມາ.”


ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ຂ້າພະເຈົ້າ​ພົບ​ພຣະອົງ​ຫລື​ບໍ່? ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ກັບ​ມາ​ບອກ​ທ່ານ​ວ່າ ພຣະອົງ​ໄດ້​ກ່າວ​ຫຍັງ​ແດ່.” ສະນັ້ນ ບາລາອາມ​ຈຶ່ງ​ໄປ​ທີ່​ຈອມ​ພູ​ແຕ່​ຜູ້​ດຽວ


ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ເພິ່ນ​ໄດ້​ຖວາຍ​ງົວເຖິກ ແລະ​ແກະເຖິກ ແນວລະ​ໂຕ​ໄວ້​ໃນ​ແຕ່ລະ​ແທ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka