18 ແລະບາລາອາມກໍກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກ ລູກຊາຍຊິບໂປເອີຍ ທ່ານຢ່າເມີນເສີຍ ຈົ່ງຟັງຖ້ອຍຄຳທີ່ຂ້າພະເຈົ້າຕ້ອງກ່າວ.
ສະນັ້ນ ລາວຈຶ່ງກັບຄືນມາ ແລະພົບເຈົ້າບາຫລາກຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມ ພ້ອມກັບພວກຫົວໜ້າຂອງຊາວໂມອາບ. ເຈົ້າບາຫລາກຈຶ່ງຖາມສິ່ງທີ່ພຣະເຈົ້າຢາເວກ່າວ
ພຣະເຈົ້ານັ້ນບໍ່ຄືມະນຸດ ຜູ້ເວົ້າຕົວະເປັນເດີ ພຣະອົງບໍ່ປ່ຽນຄວາມຄິດເຫັນ ດັ່ງມະນຸດເຮົາຈັກເທື່ອ. ເມື່ອພຣະອົງສັນຍາເຮັດສິ່ງໃດແລ້ວ ພຣະອົງກໍເຮັດສິ່ງນັ້ນທັນທີ ເມື່ອພຣະອົງກ່າວຈາ ພຣະອົງກໍລົງມືກະທຳໂລດ.
ແລ້ວໃນຂະນະທີ່ກະສັດກຳລັງນັ່ງຢູ່ໃນຫ້ອງອາກາດເຢັນແຕ່ຜູ້ດຽວທີ່ເທິງດາດຟ້ານັ້ນ ເອຮຸດກໍເຂົ້າໄປຫາເພິ່ນ ແລະເວົ້າວ່າ, “ຂ້ານ້ອຍມີຖ້ອຍຄຳຈາກພຣະເຈົ້າສຳລັບທ່ານ.” ກະສັດຈຶ່ງລຸກຢືນຂຶ້ນ.