17 ສະນັ້ນ ລາວຈຶ່ງກັບຄືນມາ ແລະພົບເຈົ້າບາຫລາກຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມ ພ້ອມກັບພວກຫົວໜ້າຂອງຊາວໂມອາບ. ເຈົ້າບາຫລາກຈຶ່ງຖາມສິ່ງທີ່ພຣະເຈົ້າຢາເວກ່າວ
ຕໍ່ມາ ກະສັດເຊເດກີຢາໄດ້ໃຊ້ຄົນໄປນຳເອົາຂ້າພະເຈົ້າອອກມາ ແລະຢູ່ທີ່ຣາຊວັງນັ້ນ ເພິ່ນຖາມຂ້າພະເຈົ້າເປັນທາງລັບວ່າ, “ມີຖ້ອຍຄຳຫຍັງແດ່ຈາກພຣະເຈົ້າຢາເວ?” ຂ້າພະເຈົ້າຕອບວ່າ, “ມີຢູ່ທ່ານເອີຍ” ແລະຂ້າພະເຈົ້າກໍກ່າວຕື່ມວ່າ, “ທ່ານຈະຖືກມອບໃຫ້ກະສັດແຫ່ງບາບີໂລນ.”
ພຣະເຈົ້າຢາເວໄດ້ມາພົບບາລາອາມທັງບອກສິ່ງທີ່ລາວຈະຕ້ອງກ່າວ ແລະສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
ແລະບາລາອາມກໍກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກ ລູກຊາຍຊິບໂປເອີຍ ທ່ານຢ່າເມີນເສີຍ ຈົ່ງຟັງຖ້ອຍຄຳທີ່ຂ້າພະເຈົ້າຕ້ອງກ່າວ.
ແລ້ວບາລາອາມກໍຕອບເຈົ້າບາຫລາກວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍວ່າ ຂ້າພະເຈົ້າຕ້ອງກ່າວທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້າພະເຈົ້າກ່າວ.”
ເອລີຈຶ່ງຖາມວ່າ, “ພຣະອົງໄດ້ບອກເຈົ້າຫຍັງແດ່? ຢ່າປິດບັງພໍ່ເລີຍ. ຖ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງກ່າວແກ່ເຈົ້າ ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງ.”