16 ພຣະເຈົ້າຢາເວໄດ້ມາພົບບາລາອາມທັງບອກສິ່ງທີ່ລາວຈະຕ້ອງກ່າວ ແລະສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ມາຫາບາລາອາມ ແລະບອກເພິ່ນວ່າ, “ຖ້າພວກເຫຼົ່ານີ້ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ.”
ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ບອກບາລາອາມວ່າ, “ຈົ່ງເດີນທາງຕໍ່ໄປກັບຄົນເຫຼົ່ານີ້ ແຕ່ໃຫ້ເຈົ້າກ່າວສິ່ງທີ່ເຮົາບອກເຈົ້າກ່າວເທົ່ານັ້ນ.” ສະນັ້ນ ບາລາອາມຈຶ່ງເດີນທາງຕໍ່ໄປກັບຄະນະທູດ.
ບາລາອາມໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປພົບພຣະອົງຢູ່ທີ່ອື່ນ.”
ສະນັ້ນ ລາວຈຶ່ງກັບຄືນມາ ແລະພົບເຈົ້າບາຫລາກຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມ ພ້ອມກັບພວກຫົວໜ້າຂອງຊາວໂມອາບ. ເຈົ້າບາຫລາກຈຶ່ງຖາມສິ່ງທີ່ພຣະເຈົ້າຢາເວກ່າວ
ພຣະເຈົ້າຢາເວໄດ້ບອກບາລາອາມສິ່ງທີ່ລາວຕ້ອງກ່າວ; ແລ້ວພຣະອົງກໍສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
ໃນເທື່ອນີ້ ບາລາອາມຮູ້ວ່າພຣະເຈົ້າຢາເວຢາກໃຫ້ຕົນອວຍພອນປະຊາຊົນອິດສະຣາເອນ; ສະນັ້ນ ລາວຈຶ່ງບໍ່ໄດ້ໄປເບິ່ງໂຊກເບິ່ງລາງຕາມທີ່ຕົນໄດ້ກະທຳມາ. ລາວໄດ້ອ່ວາຍໜ້າໄປທາງຖິ່ນແຫ້ງແລ້ງກັນດານ
ເຮົາຈະສົ່ງຜູ້ທຳນວາຍຄົນໜຶ່ງເໝືອນເຈົ້ານີ້ແຫລະ ຈາກປະຊາຊົນໃນຊາດຂອງພວກເຂົາເອງມາໃຫ້; ເຮົາຈະບອກລາວໃນສິ່ງທີ່ຈະກ່າວ ແລະລາວ ຈະບອກປະຊາຊົນທຸກໆສິ່ງຕາມທີ່ເຮົາສັ່ງ.