15 ບາລາອາມໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປພົບພຣະອົງຢູ່ທີ່ອື່ນ.”
ບາລາອາມຈຶ່ງເວົ້າກັບພວກເຂົາວ່າ, “ຈົ່ງພາກັນນອນຄ້າງຄືນຢູ່ທີ່ນີ້ສາກ່ອນ ແລະໃນມື້ອື່ນເຊົ້າ ຂ້ອຍຈະລາຍງານໃຫ້ພວກເຈົ້າຮູ້ສິ່ງທີ່ພຣະເຈົ້າຢາເວໄດ້ບອກຂ້ອຍ.” ດັ່ງນັ້ນ ພວກຜູ້ນຳຂອງຊາວໂມອາບຈຶ່ງພັກຢູ່ທີ່ນັ້ນກັບບາລາອາມ.
ເພິ່ນໄດ້ພາລາວໄປທີ່ນາຂອງໂຊພິມເທິງພູປີສະກາ. ຢູ່ທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາເຈັດແທ່ນເຊັ່ນກັນ ແລະຖວາຍງົວເຖິກແລະແກະເຖິກໄວ້ໃນແຕ່ລະແທ່ນ.
ພຣະເຈົ້າຢາເວໄດ້ມາພົບບາລາອາມທັງບອກສິ່ງທີ່ລາວຈະຕ້ອງກ່າວ ແລະສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
ແລ້ວບາລາອາມກໍໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປເບິ່ງວ່າ ພຣະເຈົ້າຢາເວຈະໃຫ້ຂ້າພະເຈົ້າພົບພຣະອົງຫລືບໍ່? ແລ້ວຂ້າພະເຈົ້າກໍຈະກັບມາບອກທ່ານວ່າ ພຣະອົງໄດ້ກ່າວຫຍັງແດ່.” ສະນັ້ນ ບາລາອາມຈຶ່ງໄປທີ່ຈອມພູແຕ່ຜູ້ດຽວ
ແຕ່ເຮົາບໍ່ຟັງຄຳຂອງບາລາອາມ. ດັ່ງນັ້ນ ລາວຈຶ່ງອວຍພອນພວກເຈົ້າ. ດ້ວຍວິທີນີ້ ທີ່ເຮົາໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກເງື້ອມມືຂອງບາຫລາກ.