14 ເພິ່ນໄດ້ພາລາວໄປທີ່ນາຂອງໂຊພິມເທິງພູປີສະກາ. ຢູ່ທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາເຈັດແທ່ນເຊັ່ນກັນ ແລະຖວາຍງົວເຖິກແລະແກະເຖິກໄວ້ໃນແຕ່ລະແທ່ນ.
ປະຊາຊົນໄຂກະເປົາ ແລະຖອກຄຳອອກມາ ຊັ່ງເບິ່ງນໍ້າໜັກເງິນໃສ່ຊິງທີ່ພວກເຂົາມີນັ້ນ. ພວກເຂົາຈ້າງຊ່າງຫລອມຄຳໃຫ້ເຮັດເປັນຮູບພະ ແລ້ວກໍຂາບໄຫວ້ຮູບພະທີ່ໄດ້ສ້າງຂຶ້ນມາ.
ແຕ່ການຂາບໄຫວ້ຮູບເຄົາຣົບໃນກີເລອາດຍັງມີຢູ່ ແລະພວກທີ່ຂາບໄຫວ້ຮູບເຄົາຣົບເຫຼົ່ານັ້ນກໍຈະຕາຍ. ການເຜົາບູຊາງົວເຖິກໃນກິນການຍັງມີຢູ່ ແລະແທ່ນບູຊາທັງຫລາຍຢູ່ໃນທີ່ນັ້ນກໍຈະກາຍເປັນກອງຫີນຢູ່ກາງທົ່ງນາ.”
ແລະຈາກບາໂມດເຖິງຮ່ອມພູທີ່ເຂດແດນຂອງໂມອາບ ໃຕ້ຍອດພູປີສະກາຊຶ່ງແນມອອກໄປເຫັນຖິ່ນແຫ້ງແລ້ງກັນດານ.
ແລ້ວເຈົ້າບາຫລາກກໍໄດ້ກ່າວແກ່ບາລາອາມວ່າ, “ຈົ່ງໄປກັບເຮົາຢູ່ໃນບ່ອນອື່ນອີກ ຊຶ່ງເຈົ້າເຫັນພວກອິດສະຣາເອນໄດ້ພຽງຈຳນວນໜ້ອຍຄົນເທົ່ານັ້ນ. ໃນທີ່ນັ້ນ ຈົ່ງສາບແຊ່ງພວກເຂົາໃຫ້ເຮົາ.”
ບາລາອາມໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປພົບພຣະອົງຢູ່ທີ່ອື່ນ.”
ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ຈົ່ງເຮັດແທ່ນບູຊາຂຶ້ນໃນທີ່ນີ້ເຈັດແທ່ນໃຫ້ຂ້າພະເຈົ້າ ແລະນຳງົວເຖິກແລະແກະເຖິກເຈັດໂຕມາ.”
ເຈົ້າຈົ່ງຂຶ້ນໄປເທິງຈອມພູປີສະກາ ແລະແນມເບິ່ງທົ່ວທຸກທິດຄື: ເໜືອ, ໃຕ້, ຕາເວັນອອກ ແລະຕາເວັນຕົກ. ຈົ່ງເບິ່ງສິ່ງທີ່ເຈົ້າເຫັນໃຫ້ຄັກໆ ເພາະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນນັ້ນເປັນເດັດຂາດ.
ໂມເຊໄດ້ຂຶ້ນຈາກທົ່ງຮາບພຽງໂມອາບໄປທີ່ພູເຂົາເນໂບ ຈົນໄປເຖິງຈອມພູປີສະກາ ຊຶ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ແລະຢູ່ທີ່ນັ້ນພຣະເຈົ້າຢາເວໄດ້ສຳແດງໃຫ້ເພິ່ນເຫັນດິນແດນທັງໝົດ ດັ່ງນີ້: ເຂດແດນກີເລອາດໄກໄປຮອດທາງທິດເໜືອສຸດຂອງເມືອງດານ
ດິນແດນນັ້ນຍັງນັບລວມເອົາອານາເຂດທັງໝົດ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຈົນໄປຮອດທະເລຕາຍທີ່ຕີນພູປີສະກາ.