Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:13 - ພຣະຄຳພີສັກສິ

13 ແລ້ວ​ເຈົ້າ​ບາຫລາກ​ກໍໄດ້​ກ່າວ​ແກ່​ບາລາອາມ​ວ່າ, “ຈົ່ງ​ໄປ​ກັບ​ເຮົາ​ຢູ່​ໃນ​ບ່ອນ​ອື່ນ​ອີກ ຊຶ່ງ​ເຈົ້າ​ເຫັນ​ພວກ​ອິດສະຣາເອນ​ໄດ້​ພຽງ​ຈຳນວນ​ໜ້ອຍ​ຄົນ​ເທົ່ານັ້ນ. ໃນ​ທີ່​ນັ້ນ ຈົ່ງ​ສາບແຊ່ງ​ພວກເຂົາ​ໃຫ້​ເຮົາ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 23:13
10 Jak'a apnaqawi uñst'ayäwi  

ບັນດາ​ຂ້າຣາຊການ​ຂອງ​ກະສັດ​ເບັນຮາດາດ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ບັນດາ​ພະ​ຂອງ​ຊາວ​ອິດສະຣາເອນ​ເປັນ​ພຣະເຈົ້າ​ແຫ່ງ​ພູຜາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເອົາ​ຊະນະ​ພວກເຮົາ, ແຕ່​ຖ້າ​ພວກເຮົາ​ຕໍ່ສູ້​ພວກເຂົາ​ໃນ​ທີ່​ຮາບພຽງ ພວກເຮົາ​ຈະ​ເອົາ​ຊະນະ​ພວກເຂົາ​ໄດ້​ຢ່າງ​ແນ່ນອນ.


ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ​ບອກ​ໄວ້​ດັ່ງນີ້: ‘ເນື່ອງຈາກ​ຊາວ​ຊີເຣຍ​ເວົ້າ​ວ່າ ເຮົາ​ເປັນ​ພຣະເຈົ້າຢາເວ​ແຫ່ງ​ພູຜາ ແລະ​ບໍ່ແມ່ນ​ພຣະເຈົ້າ​ແຫ່ງ​ບ່ອນ​ຮາບພຽງ’ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ກອງທັບ​ໃຫຍ່​ຂອງ​ພວກເຂົາ ແລ້ວ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຂໍ​ໃຫ້​ເຂົາ​ຖືກ​ປ້ອຍດ່າ​ເພາະ​ມັກ​ສາບແຊ່ງ​ຄົນ ຢ່າ​ໃຫ້​ມີ​ຜູ້ໃດ​ອວຍພອນ​ເຂົາ ຍ້ອນ​ເຂົາ​ບໍ່ເຄີຍ​ອວຍພອນ​ຄົນອື່ນ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ເຊົ້າ​ວັນໃໝ່​ມາ ເຈົ້າ​ບາຫລາກ​ໄດ້​ພາ​ບາລາອາມ​ຂຶ້ນ​ໄປ​ທີ່​ເມືອງ​ບາໂມດ-ບາອານ ຈາກ​ບ່ອນ​ນັ້ນ​ບາລາອາມ​ສາມາດ​ຫລຽວ​ເຫັນ​ປະຊາຊົນ​ອິດສະຣາເອນ​ສ່ວນ​ໜຶ່ງ​ໄດ້.


ພວກເຂົາ​ມີ​ຈຳນວນ​ຫລາຍກວ່າ​ພວກເຮົາ, ສະນັ້ນ ຂໍ​ໃຫ້​ທ່ານ​ມາ​ສາບແຊ່ງ​ພວກເຂົາ​ໃຫ້​ພວກເຮົາ​ດ້ວຍ. ບາງທີ​ພວກເຮົາ​ອາດ​ຈະ​ຊະນະ ແລະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພວກເຮົາ​ກໍໄດ້. ເຮົາ​ຮູ້​ວ່າ​ເມື່ອໃດ​ທີ່​ທ່ານ​ກ່າວ​ຄຳອວຍພອນ ປະຊາຊົນ​ຈະ​ໄດ້​ຮັບ​ຄຳອວຍພອນ ແລະ​ເມື່ອໃດ​ທີ່​ທ່ານ​ກ່າວ​ຄຳສາບແຊ່ງ ພວກເຂົາ​ຈະ​ໄດ້​ຮັບ​ຄຳສາບແຊ່ງ.”


ລາວ​ຕອບ​ເພິ່ນ​ວ່າ, “ຂ້າພະເຈົ້າ​ກ່າວ​ໄດ້​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ເພິ່ນ​ໄດ້​ພາ​ລາວ​ໄປ​ທີ່​ນາ​ຂອງ​ໂຊພິມ​ເທິງ​ພູ​ປີສະກາ. ຢູ່​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ​ເຊັ່ນກັນ ແລະ​ຖວາຍ​ງົວເຖິກ​ແລະ​ແກະເຖິກ​ໄວ້​ໃນ​ແຕ່ລະ​ແທ່ນ.


ຕໍ່ມາ ກະສັດ​ແຫ່ງ​ໂມອາບ ບາຫລາກ​ລູກຊາຍ​ຂອງ​ຊິບໂປ ໄດ້​ຕໍ່ສູ້​ພວກເຈົ້າ. ລາວ​ໄດ້​ໃຊ້​ຄົນ​ໄປ​ບອກ​ບາລາອາມ​ລູກຊາຍ​ຂອງ​ເບອໍ ໃຫ້​ມາ​ສາບແຊ່ງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka