12 ລາວຕອບເພິ່ນວ່າ, “ຂ້າພະເຈົ້າກ່າວໄດ້ແຕ່ສິ່ງທີ່ພຣະເຈົ້າຢາເວ ບອກໃຫ້ຂ້າພະເຈົ້າກ່າວເທົ່ານັ້ນ.”
ເຈົ້າຈົ່ງກ່າວແກ່ລາວ ແລະບອກເລື່ອງຕ່າງໆນັ້ນໃຫ້ລາວເວົ້າ. ເຮົາຈະຊ່ວຍພວກເຈົ້າກ່າວ ແລະທັງຈະບອກເຈົ້າທັງສອງວ່າຄວນຈະເຮັດຢ່າງໃດ.
ມັນເປັນຄຳເວົ້າອັນມ່ວນຫູ, ແຕ່ຢ່າສູ່ເຊື່ອລາວເວົ້າ ເພາະຄວາມກຽດຊັງຄອງໃຈລາວຢູ່.
ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ມາຫາບາລາອາມ ແລະບອກເພິ່ນວ່າ, “ຖ້າພວກເຫຼົ່ານີ້ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ.”
ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າມານີ້ແລ້ວບໍ່ແມ່ນບໍ? ແຕ່ບັດນີ້ ຂ້າພະເຈົ້າຈະມີອຳນາດເຮັດຫຍັງໄດ້ແດ່? ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າບອກໃຫ້ກ່າວເທົ່ານັ້ນ.”
ແລ້ວເຈົ້າບາຫລາກກໍໄດ້ກ່າວແກ່ບາລາອາມວ່າ, “ຈົ່ງໄປກັບເຮົາຢູ່ໃນບ່ອນອື່ນອີກ ຊຶ່ງເຈົ້າເຫັນພວກອິດສະຣາເອນໄດ້ພຽງຈຳນວນໜ້ອຍຄົນເທົ່ານັ້ນ. ໃນທີ່ນັ້ນ ຈົ່ງສາບແຊ່ງພວກເຂົາໃຫ້ເຮົາ.”
ພຣະອົງແນະນຳຂ້າພະເຈົ້າ ໃຫ້ກ່າວຄຳອວຍພອນ ແລະເມື່ອພຣະເຈົ້າອວຍພອນ ຂ້າພະເຈົ້າບໍ່ຫ່ອນຈະຢັບຢັ້ງໄດ້.
ແລ້ວບາລາອາມກໍຕອບເຈົ້າບາຫລາກວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍວ່າ ຂ້າພະເຈົ້າຕ້ອງກ່າວທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້າພະເຈົ້າກ່າວ.”
ແລ້ວບາລາອາມກໍໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປເບິ່ງວ່າ ພຣະເຈົ້າຢາເວຈະໃຫ້ຂ້າພະເຈົ້າພົບພຣະອົງຫລືບໍ່? ແລ້ວຂ້າພະເຈົ້າກໍຈະກັບມາບອກທ່ານວ່າ ພຣະອົງໄດ້ກ່າວຫຍັງແດ່.” ສະນັ້ນ ບາລາອາມຈຶ່ງໄປທີ່ຈອມພູແຕ່ຜູ້ດຽວ
ແມ່ນແຕ່ທ່ານຈະເອົາເງິນຄຳທັງໝົດໃນຣາຊວັງໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍບໍ່ອາດຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວໄດ້ໂດຍເຮັດຕາມໃຈຂອງທ່ານ. ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າຢາເວບອກໃຫ້ຂ້າພະເຈົ້າກ່າວເທົ່ານັ້ນ.”
ດ້ວຍວ່າ, ຄົນທີ່ເຮັດດັ່ງນັ້ນ ພວກເຂົາບໍ່ໄດ້ບົວລະບັດຮັບໃຊ້ອົງພຣະຄຣິດເຈົ້າຂອງພວກເຮົາ, ແຕ່ພວກເຂົາເຫັນແກ່ປາກແກ່ທ້ອງຂອງຕົນເອງ, ພວກເຂົາໄດ້ລໍ້ລວງຄົນຊື່ໃຫ້ຫລົງ ດ້ວຍຄຳເວົ້າອັນອ່ອນຫວານ ແລະຄຳຫລອກລວງ.
ພວກເຂົາອ້າງວ່າພວກເຂົາຮູ້ຈັກພຣະເຈົ້າ, ແຕ່ການກະທຳຂອງພວກເຂົາກັບປະຕິເສດພຣະອົງ ພວກເຂົາເປັນຄົນໜ້າກຽດໜ້າຊັງ, ບໍ່ເຊື່ອຟັງ ແລະ ເຮັດຄວາມດີອັນໃດບໍ່ໄດ້ຈັກປະການ.