Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:11 - ພຣະຄຳພີສັກສິ

11 ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກະທຳ​ຕໍ່​ເຮົາ​ແບບນີ້? ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ທີ່ນີ້​ເພື່ອ​ໃຫ້​ເຈົ້າ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ກັບ​ມາ​ອວຍພອນ​ພວກເຂົາ​ແທນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 23:11
7 Jak'a apnaqawi uñst'ayäwi  

ເລື່ອງ​ນີ້​ໄດ້​ສືບເນື່ອງ​ມາ​ຈາກ​ຊາວ​ອຳໂມນ ແລະ​ຊາວ​ໂມອາບ ບໍ່​ຍອມ​ໃຫ້​ອາຫານ ແລະ​ນໍ້າ​ແກ່​ຊາວ​ອິດສະຣາເອນ ໃນ​ຄາວ​ທີ່​ພວກເຂົາ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ. ແຕ່​ພວກເຂົາ​ຊໍ້າ​ພັດ​ໃຊ້​ເງິນ​ໄປ​ຈ້າງ​ບາລາອາມ ເພື່ອ​ມາ​ສາບແຊ່ງ​ຊາດ​ອິດສະຣາເອນ; ແຕ່​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ປ່ຽນ​ຄຳສາບແຊ່ງ​ມາ​ເປັນ​ຄຳອວຍພອນ.


ມີ​ປະຊາຊົນ​ຊາດ​ໜຶ່ງ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ ໄດ້​ແຜ່​ຂະຫຍາຍ​ອອກ​ໄປ​ທົ່ວ​ທຸກ​ຫົນແຫ່ງ​ໃນ​ປະເທດ. ເພິ່ນ​ຢາກ​ໃຫ້​ຂ້ານ້ອຍ​ໄປ​ສາບແຊ່ງ​ພວກເຂົາ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຮົບ​ຊະນະ​ພວກເຂົາ.”


ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ທ່ານ​ຢ່າງ​ຫລວງຫລາຍ ແລະ​ຈະ​ເຮັດ​ສິ່ງໃດໆ​ກໍໄດ້​ຕາມ​ທີ່​ທ່ານ​ກ່າວ. ກະລຸນາ​ມາ​ສາບແຊ່ງ​ພວກ​ເຫຼົ່ານີ້​ໃຫ້​ເຮົາ​ແດ່ທ້ອນ.”


ລາວ​ຕອບ​ເພິ່ນ​ວ່າ, “ຂ້າພະເຈົ້າ​ກ່າວ​ໄດ້​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ເຈົ້າ​ບາຫລາກ​ລຸກ​ຂຶ້ນ​ຢືນ​ກຳ​ກຳປັ້ນ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ນີ້ ເພື່ອ​ໃຫ້​ສາບແຊ່ງ​ສັດຕູ​ຂອງເຮົາ ແຕ່​ເຈົ້າ​ກັບ​ອວຍພອນ​ພວກເຂົາ​ເຖິງ​ສາມ​ເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka