ຈົດບັນຊີ 23:10 - ພຣະຄຳພີສັກສິ10 ເຊື້ອສາຍອິດສະຣາເອນນັ້ນຫລວງຫລາຍ ປຽບປຸນດັ່ງຂີ້ຝຸ່ນດິນ; ພວກເຂົາທະວີຄູນຂຶ້ນຫລາຍ ເກີນກວ່າຈະນັບໄດ້. ຂໍໃຫ້ຂ້າພະເຈົ້າສິ້ນຊີບ ດັ່ງປະຊາຊົນຂອງພຣະເຈົ້າຄົນໜຶ່ງ; ຂໍໃຫ້ຂ້າພະເຈົ້າຕາຍຢ່າງສຸກລົ້ນ ເໝືອນດັ່ງຄົນຜູ້ໜຶ່ງທີ່ຊອບທຳ.” Uka jalj uñjjattʼäta |
ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.”’ ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.”