Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:8 - ພຣະຄຳພີສັກສິ

8 ບາລາອາມ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ພາກັນ​ນອນ​ຄ້າງຄືນ​ຢູ່​ທີ່​ນີ້​ສາ​ກ່ອນ ແລະ​ໃນ​ມື້ອື່ນ​ເຊົ້າ ຂ້ອຍ​ຈະ​ລາຍງານ​ໃຫ້​ພວກເຈົ້າ​ຮູ້​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້ອຍ.” ດັ່ງນັ້ນ ພວກ​ຜູ້ນຳ​ຂອງ​ຊາວ​ໂມອາບ​ຈຶ່ງ​ພັກ​ຢູ່​ທີ່​ນັ້ນ​ກັບ​ບາລາອາມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:8
13 Jak'a apnaqawi uñst'ayäwi  

ຄົນ​ຂອງ​ພຣະເຈົ້າ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ເອົາ​ຊັບສິນ​ຂອງທ່ານ​ເຄິ່ງ​ໜຶ່ງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຈະ​ບໍ່​ຍອມ​ໄປ​ກັບ​ທ່ານ ຫລື​ກິນ​ແລະ​ດື່ມ​ຫຍັງ​ກັບ​ທ່ານ.


ແຕ່​ມີກາອີຢາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ຂ້າພະເຈົ້າ​ຈະ​ຂໍ​ເວົ້າ​ແຕ່​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ເທົ່ານັ້ນ.”


ພຣະອົງ​ປູກ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ຢັ່ງຮາກ​ລົງ ພວກເຂົາ​ໃຫຍ່​ຂຶ້ນ​ມາ ແລະ​ເກີດດອກ​ອອກຜົນ​ທັງນັ້ນ. ພວກເຂົາ​ເວົ້າຈາ​ຊົມເຊີຍ​ກ່ຽວກັບ​ພຣະອົງ​ຢູ່​ສະເໝີ ແຕ່​ໃນ​ໃຈ​ຂອງ​ພວກເຂົາ​ພັດ​ບໍ່​ສົນໃຈ​ພຣະອົງ.


ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ແຕ່​ບາລາອາມ​ໄດ້​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ເຈົ້າ​ບາຫລາກ​ຈະ​ມອບ​ເງິນຄຳ​ທັງໝົດ ຢູ່​ໃນ​ພະຣາຊວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ບໍ່ໄດ້ ແມ່ນແຕ່​ເລື່ອງ​ເລັກນ້ອຍ​ກໍຕາມ.


ບາລາອາມ​ຈຶ່ງ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ນີ້​ແລ້ວ​ບໍ່ແມ່ນ​ບໍ? ແຕ່​ບັດນີ້ ຂ້າພະເຈົ້າ​ຈະ​ມີ​ອຳນາດ​ເຮັດ​ຫຍັງ​ໄດ້​ແດ່? ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າ​ບອກ​ໃຫ້​ກ່າວ​ເທົ່ານັ້ນ.”


ດັ່ງນັ້ນ ບັນດາ​ຜູ້ນຳ​ຂອງ​ຊາວ​ໂມອາບ​ແລະ​ຂອງ​ຊາວ​ມີດີອານ ຈຶ່ງ​ອອກ​ເດີນທາງ​ໄປ​ຫາ​ບາລາອາມ ພ້ອມ​ທັງ​ນຳ​ເງິນ​ຄ່າ​ພິທີ​ສາບແຊ່ງ​ໄປ​ນຳ​ດ້ວຍ ແລະ​ບອກ​ຄຳເວົ້າ​ຂອງ​ເຈົ້າ​ບາຫລາກ​ໃຫ້​ແກ່​ເພິ່ນ.


ພຣະເຈົ້າ​ໄດ້​ມາ​ຫາ​ບາລາອາມ ແລະ​ຖາມ​ລາວ​ວ່າ, “ຄົນ​ເຫຼົ່ານີ້​ທີ່​ມາ​ພັກ​ນຳ​ເຈົ້າ​ນັ້ນ​ແມ່ນ​ໃຜ?”


ລາວ​ຕອບ​ເພິ່ນ​ວ່າ, “ຂ້າພະເຈົ້າ​ກ່າວ​ໄດ້​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ຂ້າພະເຈົ້າ​ພົບ​ພຣະອົງ​ຫລື​ບໍ່? ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ກັບ​ມາ​ບອກ​ທ່ານ​ວ່າ ພຣະອົງ​ໄດ້​ກ່າວ​ຫຍັງ​ແດ່.” ສະນັ້ນ ບາລາອາມ​ຈຶ່ງ​ໄປ​ທີ່​ຈອມ​ພູ​ແຕ່​ຜູ້​ດຽວ


ແມ່ນແຕ່​ທ່ານ​ຈະ​ເອົາ​ເງິນຄຳ​ທັງໝົດ​ໃນ​ຣາຊວັງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ອາດ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ໂດຍ​ເຮັດ​ຕາມໃຈ​ຂອງທ່ານ. ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka