ຈົດບັນຊີ 22:6 - ພຣະຄຳພີສັກສິ6 ພວກເຂົາມີຈຳນວນຫລາຍກວ່າພວກເຮົາ, ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາດ້ວຍ. ບາງທີພວກເຮົາອາດຈະຊະນະ ແລະຂັບໄລ່ພວກເຂົາໃຫ້ອອກຈາກດິນແດນຂອງພວກເຮົາກໍໄດ້. ເຮົາຮູ້ວ່າເມື່ອໃດທີ່ທ່ານກ່າວຄຳອວຍພອນ ປະຊາຊົນຈະໄດ້ຮັບຄຳອວຍພອນ ແລະເມື່ອໃດທີ່ທ່ານກ່າວຄຳສາບແຊ່ງ ພວກເຂົາຈະໄດ້ຮັບຄຳສາບແຊ່ງ.” Uka jalj uñjjattʼäta |
ແລ້ວຫລາຍໆຊົນຊາດ ຈະຄຳນັບຮັບຄຳບັນຊາ; ພ້ອມພາກັນຕັ້ງໜ້າ ມາຂາບລົງຮັບໃຊ້ເຈົ້າ. ຈົ່ງປົກຄອງພວກເຂົາໃຫ້ໄດ້ດັ່ງປົກຄອງນ້ອງພີ່ ເຊັ່ນພີ່ນ້ອງແມ່ເຈົ້າ ຈຸ້ມເຈື້ອເຫຼົ່າລູກຫລານ ພວກເຂົາຈະພາກັນມາກົ້ມຂາບ ກົ້ມຄານຢ້ານກົວຍິ່ງ ຈິງໃຈຄຳນັບເຈົ້າສະເໝີດ້າມ ເຈົ້າພະຍາແທ້ໃດ ບັດນີ້ ພວກເຜົ່າໃດປ້ອຍດ່າເຈົ້າ ພວກເຂົາຈະຖືກປ້ອຍດ່າກັບຄືນ ພວກເຜົ່າໃດອວຍພອນເຈົ້າ ພວກເຂົາກໍຈະໄດ້ຮັບພຣະພອນນັ້ນເໝືອນກັນ.”
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”