Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:5 - ພຣະຄຳພີສັກສິ

5 ເພິ່ນ​ຈຶ່ງ​ໄດ້​ສົ່ງ​ຄະນະທູດ​ໄປ​ເຊີນ​ເອົາ​ບາລາອາມ​ລູກຊາຍ​ຂອງ​ເບອໍ ຜູ້​ທີ່​ອາໄສ​ຢູ່​ໃນ​ເປໂທ ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ທີ່​ດິນແດນ​ອາມາວ. ພວກເຂົາ​ໄດ້​ນຳ​ຂ່າວ​ຈາກ​ເຈົ້າ​ບາຫລາກ​ໄປ​ບອກ​ດັ່ງນີ້: “ເຮົາ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ມີ​ຊົນຊາດ​ໜຶ່ງ​ໄດ້​ມາ​ຈາກ​ປະເທດ​ເອຢິບ, ປະຊາຊົນ​ຂອງ​ຊາດ​ນີ້​ກຳລັງ​ແຜ່ຜາຍ​ໄປ​ທົ່ວ​ທຸກແຫ່ງ ແລະ​ກຳລັງ​ມີ​ອຳນາດ​ເໜືອ​ດິນແດນ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:5
15 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ພຣະເຈົ້າຢາເວ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ທະວີ​ຫລາຍ​ຂຶ້ນ ແລະ​ໃຫ້​ພວກເຂົາ​ເຂັ້ມແຂງ​ກວ່າ​ພວກ​ສັດຕູ​ດ້ວຍ.


ຝູງ​ຕັກແຕນ​ໄດ້​ໄຕ່​ໄປມາ​ຫຸ້ມ​ໜ້າ​ດິນ​ຈົນ​ດຳ​ໄປ​ໝົດ; ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ໝາກເຫັບ​ທຳລາຍ​ຖືກ​ມັນ​ກິນ​ໝົດ ລວມ​ທັງ​ໝາກໄມ້​ໃນ​ຕົ້ນ ພືດ​ຫລື​ຕົ້ນໄມ້​ໃນ​ປະເທດ​ເອຢິບ ບໍ່ມີ​ສິ່ງໃດ​ທີ່​ມີ​ສີ​ຂຽວ​ເຫຼືອ​ຢູ່​ເລີຍ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ບາລາອາມ​ໄດ້​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ​ແຫ່ງ​ໂມອາບ ໄດ້​ນຳ​ຂ້າພະເຈົ້າ​ມາ; ຈາກ​ປະເທດ​ຊີເຣຍ ຄື​ຈາກ​ພູດອຍ​ທາງ​ທິດ​ຕາເວັນອອກ. ເພິ່ນ​ກ່າວ​ວ່າ, ຮີບ​ມາ​ເວົ້າ ສຳລັບ​ເຮົາ​ໃຫ້​ແດ່ ມາ​ສາບແຊ່ງ​ປະຊາຊົນ​ຊາດເຊື້ອ ອິດສະຣາເອນ​ໃຫ້​ແດ່ດູ


ຕະຫລອດ​ທັງ​ກະສັດ​ມີດີອານ​ຫ້າ​ຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູເຣ ແລະ​ເຣບາ. ພວກເຂົາ​ໄດ້​ຂ້າ​ບາລາອາມ​ລູກຊາຍ​ຂອງ​ເບອໍ​ດ້ວຍ.


ພວກເຂົາ​ບໍ່​ຍອມ​ໃຫ້​ສະບຽງ​ອາຫານ​ແລະ​ນໍ້າ​ແກ່​ພວກເຈົ້າ ຄາວ​ເມື່ອ​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ, ແຕ່​ພວກເຂົາ​ຊໍ້າ​ໄດ້​ຈ້າງ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຈາກ​ເມືອງ​ເປໂທ​ໃນ​ເມໂຊໂປຕາເມຍ ມາ​ສາບແຊ່ງ​ພວກເຈົ້າ.


ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ຟັງ​ບາລາອາມ; ພຣະອົງ​ຈຶ່ງ​ປ່ຽນ​ຄຳສາບແຊ່ງ​ນັ້ນ​ມາ​ເປັນ​ຄຳອວຍພອນ ເພາະວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮັກ​ພວກເຈົ້າ.


ໃນ​ຈຳນວນ​ຄົນ​ທີ່​ພວກ​ອິດສະຣາເອນ​ໄດ້​ຂ້າ​ນັ້ນ​ມີ​ໝໍມໍ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຮ່ວມ​ຢູ່​ດ້ວຍ.


ຕໍ່ມາ ກະສັດ​ແຫ່ງ​ໂມອາບ ບາຫລາກ​ລູກຊາຍ​ຂອງ​ຊິບໂປ ໄດ້​ຕໍ່ສູ້​ພວກເຈົ້າ. ລາວ​ໄດ້​ໃຊ້​ຄົນ​ໄປ​ບອກ​ບາລາອາມ​ລູກຊາຍ​ຂອງ​ເບອໍ ໃຫ້​ມາ​ສາບແຊ່ງ​ພວກເຈົ້າ.


ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka