41 ເຊົ້າວັນໃໝ່ມາ ເຈົ້າບາຫລາກໄດ້ພາບາລາອາມຂຶ້ນໄປທີ່ເມືອງບາໂມດ-ບາອານ ຈາກບ່ອນນັ້ນບາລາອາມສາມາດຫລຽວເຫັນປະຊາຊົນອິດສະຣາເອນສ່ວນໜຶ່ງໄດ້.
ເຢໂຣໂບອາມໄດ້ແຕ່ງຕັ້ງປະໂຣຫິດຂຶ້ນໂດຍຕົນເອງ ເພື່ອໃຫ້ຮັບໃຊ້ໃນສະຖານທີ່ຂາບໄຫວ້ພະຂອງຊາວຕ່າງດ້າວ, ຂາບໄຫວ້ຜີສາດແລະຮູບງົວທີ່ພວກເຂົາໄດ້ສ້າງຂຶ້ນເປັນຮູບເຄົາຣົບ.
ແລະພວກເຂົາໄດ້ສ້າງແທ່ນບູຊາໃຫ້ພະບາອານ ເພື່ອເຜົາລູກໆຂອງພວກເຂົາໃຫ້ເປັນເຄື່ອງບູຊາ. ເຮົາບໍ່ເຄີຍສັ່ງພວກເຂົາໃຫ້ເຮັດເຊັ່ນນີ້; ເລື່ອງດັ່ງນີ້ບໍ່ເຄີຍມີຢູ່ໃນຄວາມຄິດຂອງເຮົາເລີຍ.
ພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ປະຊາຊົນໂມອາບເຊົາເຜົາຖວາຍບູຊາ ໃນບ່ອນນະມັດສະການຕ່າງໆຂອງພວກເຂົາ ແລະເຊົາຖວາຍເຄື່ອງບູຊາຕ່າງໆແກ່ພະຂອງພວກເຂົາ.
ມີຄັ້ງໜຶ່ງໃນນະຄອນນີ້ ທີ່ມີຊື່ວ່າເຮັດຊະໂບນ; ກອງທັບເຈົ້າສີໂຫນ ໄດ້ຮຸກຮານລາມໄປດັ່ງໄຟໄໝ້ ແລະໄດ້ທຳລາຍເມືອງອາຣະ ໃນດິນແດນໂມອາບຈົນໝົດ; ພ້ອມທັງກືນກິນ ອາກໂນນ ເມືອງໂພນພູດອຍເຜົາຜານກ້ຽງ.
ບ່ອນທີ່ເຈົ້າບາຫລາກໄດ້ຂ້າງົວ ແລະແກະຖວາຍບູຊາ. ເພິ່ນໄດ້ເອົາຊີ້ນບາງສ່ວນໃຫ້ບາລາອາມ ແລະພວກຜູ້ນຳທີ່ໄດ້ໄປກັບຕົນ.
ເພິ່ນໄດ້ກ່າວແກ່ເຈົ້າບາຫລາກວ່າ, “ຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້າພະເຈົ້າ ແລ້ວໃຫ້ນຳເອົາງົວແລະແກະເຖິກແນວລະເຈັດໂຕມາໃຫ້ຂ້າພະເຈົ້າ.”
ແລ້ວເຈົ້າບາຫລາກກໍໄດ້ກ່າວແກ່ບາລາອາມວ່າ, “ຈົ່ງໄປກັບເຮົາຢູ່ໃນບ່ອນອື່ນອີກ ຊຶ່ງເຈົ້າເຫັນພວກອິດສະຣາເອນໄດ້ພຽງຈຳນວນໜ້ອຍຄົນເທົ່ານັ້ນ. ໃນທີ່ນັ້ນ ຈົ່ງສາບແຊ່ງພວກເຂົາໃຫ້ເຮົາ.”
ໃນດິນແດນທີ່ພວກເຈົ້າກຳລັງຈະຢຶດຄອງນີ້ ຈົ່ງທຳລາຍບ່ອນຂາບໄຫວ້ພະຕ່າງໆຂອງປະຊາຊົນໃຫ້ໝົດ ບໍ່ວ່າບ່ອນນັ້ນຈະຢູ່ເທິງພູເຂົາສູງ ທີ່ເທິງເນີນພູ ແລະຢູ່ກ້ອງຕົ້ນໄມ້ໃບຂຽວກໍຕາມ.