40 ບ່ອນທີ່ເຈົ້າບາຫລາກໄດ້ຂ້າງົວ ແລະແກະຖວາຍບູຊາ. ເພິ່ນໄດ້ເອົາຊີ້ນບາງສ່ວນໃຫ້ບາລາອາມ ແລະພວກຜູ້ນຳທີ່ໄດ້ໄປກັບຕົນ.
ຢາໂຄບໄດ້ຖວາຍເຄື່ອງບູຊາທີ່ເນີນພູ ແລະໄດ້ເຊີນພີ່ນ້ອງຂອງຕົນມາຮ່ວມກິນເຂົ້າຈີ່ນຳກັນ. ຫລັງຈາກກິນເຂົ້າຈີ່ແລ້ວ ພວກເຂົາກໍໄດ້ນອນຄ້າງຄືນຢູ່ທີ່ນັ້ນ.
ເພາະຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວຮ້າຍ ແລະຟ້າວຟັ່ງເຮັດໃຫ້ເລືອດຕົກ.
ດັ່ງນັ້ນ ບາລາອາມກັບເຈົ້າບາຫລາກຈຶ່ງໄປທີ່ເມືອງກິຣີອາດ-ຮູຊົດ
ເຊົ້າວັນໃໝ່ມາ ເຈົ້າບາຫລາກໄດ້ພາບາລາອາມຂຶ້ນໄປທີ່ເມືອງບາໂມດ-ບາອານ ຈາກບ່ອນນັ້ນບາລາອາມສາມາດຫລຽວເຫັນປະຊາຊົນອິດສະຣາເອນສ່ວນໜຶ່ງໄດ້.
ເພິ່ນໄດ້ພາລາວໄປທີ່ນາຂອງໂຊພິມເທິງພູປີສະກາ. ຢູ່ທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາເຈັດແທ່ນເຊັ່ນກັນ ແລະຖວາຍງົວເຖິກແລະແກະເຖິກໄວ້ໃນແຕ່ລະແທ່ນ.
ເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ບອກ ແລະທັງສອງໄດ້ຖວາຍງົວເຖິກກັບແກະເຖິກແນວລະໂຕເທິງແທ່ນບູຊາແຕ່ລະອັນ.
ເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ບອກ ແລະເພິ່ນໄດ້ຖວາຍງົວເຖິກ ແລະແກະເຖິກ ແນວລະໂຕໄວ້ໃນແຕ່ລະແທ່ນ.