Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:38 - ພຣະຄຳພີສັກສິ

38 ບາລາອາມ​ຈຶ່ງ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ນີ້​ແລ້ວ​ບໍ່ແມ່ນ​ບໍ? ແຕ່​ບັດນີ້ ຂ້າພະເຈົ້າ​ຈະ​ມີ​ອຳນາດ​ເຮັດ​ຫຍັງ​ໄດ້​ແດ່? ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າ​ບອກ​ໃຫ້​ກ່າວ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 22:38
16 Jak'a apnaqawi uñst'ayäwi  

ແຕ່​ມີກາອີຢາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ຂ້າພະເຈົ້າ​ຈະ​ຂໍ​ເວົ້າ​ແຕ່​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ເທົ່ານັ້ນ.”


ແຕ່​ກະສັດ​ອາຮາບ​ຕອບ​ຄືນ​ວ່າ, “ເມື່ອ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ຈັກເທື່ອ​ແລ້ວ.”


ແຕ່​ມີກາອີຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່​ສັນໃດ ຂ້າພະເຈົ້າ​ຈະ​ເວົ້າ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ສັນນັ້ນ.”


ພຣະເຈົ້າຢາເວ​ມ້າງ​ຈຸດປະສົງ​ຊົນຊາດ​ທັງຫລາຍ ພຣະອົງ​ກີດກັ້ນ​ພວກເຂົາ​ບໍ່​ໃຫ້​ວາງແຜນ​ອອກ​ໄດ້.


ຄວາມ​ໂກດຮ້າຍ​ຂອງ​ມະນຸດ​ກໍ​ເປັນ​ພຽງແຕ່ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທົ່ານັ້ນ. ຜູ້​ທີ່​ລອດຊີວິດ​ຈາກ​ການ​ເສິກ​ຈະ​ສະຫລອງ ໄຊຊະນະ​ຂອງ​ພຣະເຈົ້າຢາເວ.


ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


ຈົ່ງ​ສືບຕໍ່​ໃຊ້​ເວດມົນ​ກັບ​ເຄື່ອງແຄ້ວ​ຂອງຄົງ​ສາ ເພາະ​ເຈົ້າ​ໄດ້​ໃຊ້​ມັນ​ມາ​ແຕ່​ສະໄໝ​ຍັງ​ໜຸ່ມ​ພຸ້ນ. ບາງທີ​ມັນ​ອາດ​ຊ່ວຍ​ບາງສິ່ງ​ບາງຢ່າງ​ໄດ້​ກໍ​ມີ ບາງທີ​ໃຊ້​ມັນ​ໃຫ້​ເຫຼົ່າ​ສັດຕູ​ຢ້ານກົວ​ກໍໄດ້.


ແຕ່​ບາລາອາມ​ໄດ້​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ເຈົ້າ​ບາຫລາກ​ຈະ​ມອບ​ເງິນຄຳ​ທັງໝົດ ຢູ່​ໃນ​ພະຣາຊວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ບໍ່ໄດ້ ແມ່ນແຕ່​ເລື່ອງ​ເລັກນ້ອຍ​ກໍຕາມ.


ເຈົ້າ​ບາຫລາກ​ໄດ້​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ມາ ເມື່ອ​ເຮົາ​ໃຊ້​ຄົນ​ໄປ​ເຊີນ​ເຈົ້າ​ເທື່ອ​ທຳອິດ? ເຈົ້າ​ຄິດ​ວ່າ, ເຮົາ​ບໍ່​ສາມາດ​ໃຫ້​ຂອງ​ບັນນາການ​ແກ່​ເຈົ້າ​ພຽງພໍ​ຊັ້ນບໍ?”


ດັ່ງນັ້ນ ບາລາອາມ​ກັບ​ເຈົ້າ​ບາຫລາກ​ຈຶ່ງ​ໄປ​ທີ່​ເມືອງ​ກິຣີອາດ-ຮູຊົດ


ບາລາອາມ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ພາກັນ​ນອນ​ຄ້າງຄືນ​ຢູ່​ທີ່​ນີ້​ສາ​ກ່ອນ ແລະ​ໃນ​ມື້ອື່ນ​ເຊົ້າ ຂ້ອຍ​ຈະ​ລາຍງານ​ໃຫ້​ພວກເຈົ້າ​ຮູ້​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້ອຍ.” ດັ່ງນັ້ນ ພວກ​ຜູ້ນຳ​ຂອງ​ຊາວ​ໂມອາບ​ຈຶ່ງ​ພັກ​ຢູ່​ທີ່​ນັ້ນ​ກັບ​ບາລາອາມ.


ພຣະເຈົ້າຢາເວ​ໄດ້​ມາ​ພົບ​ບາລາອາມ​ທັງ​ບອກ​ສິ່ງ​ທີ່​ລາວ​ຈະ​ຕ້ອງ​ກ່າວ ແລະ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.


ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ຂ້າພະເຈົ້າ​ຕ້ອງ​ກ່າວ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ.”


ແມ່ນແຕ່​ທ່ານ​ຈະ​ເອົາ​ເງິນຄຳ​ທັງໝົດ​ໃນ​ຣາຊວັງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ອາດ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ໂດຍ​ເຮັດ​ຕາມໃຈ​ຂອງທ່ານ. ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka