37 ເຈົ້າບາຫລາກໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ມາ ເມື່ອເຮົາໃຊ້ຄົນໄປເຊີນເຈົ້າເທື່ອທຳອິດ? ເຈົ້າຄິດວ່າ, ເຮົາບໍ່ສາມາດໃຫ້ຂອງບັນນາການແກ່ເຈົ້າພຽງພໍຊັ້ນບໍ?”
ການຕັດສິນນັ້ນບໍ່ໄດ້ມາຈາກທິດຕາເວັນອອກ ຫລືທິດຕາເວັນຕົກ ທິດເໜືອຫລືທິດໃຕ້;
ເມື່ອເຈົ້າບາຫລາກໄດ້ຍິນວ່າບາລາອາມກຳລັງເດີນທາງມາ ເພິ່ນກໍຮີບເດີນທາງອອກໄປພົບລາວທີ່ເມືອງອາຣະ ຊຶ່ງຕັ້ງຢູ່ແຄມແມ່ນໍ້າອາກໂນນໃກ້ຊາຍແດນຂອງໂມອາບ.
ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າມານີ້ແລ້ວບໍ່ແມ່ນບໍ? ແຕ່ບັດນີ້ ຂ້າພະເຈົ້າຈະມີອຳນາດເຮັດຫຍັງໄດ້ແດ່? ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າບອກໃຫ້ກ່າວເທົ່ານັ້ນ.”
ບັດນີ້ ກັບເມືອເຮືອນສາ ເຮົາສັນຍາວ່າຈະໃຫ້ບຳເໜັດແກ່ເຈົ້າ ແຕ່ພຣະເຈົ້າຢາເວບໍ່ເຫັນດີໃຫ້ເຈົ້າຮັບບຳເໜັດນັ້ນ.”
ມານຮ້າຍໄດ້ບອກພຣະອົງວ່າ, “ເຮົາຈະໃຫ້ອຳນາດທັງໝົດນີ້ ກັບສະຫງ່າຣາສີແຫ່ງແຜ່ນດິນທັງໝົດແກ່ທ່ານ. ເພາະສິ່ງທັງໝົດເຫຼົ່ານັ້ນຖືກມອບໃຫ້ແກ່ເຮົາແລ້ວ ແລະເຮົາຢາກມອບໃຫ້ແກ່ຜູ້ໃດກໍໄດ້ ຕາມທີ່ເຮົາຕ້ອງການ.
ແລ້ວເຈົ້າທັງຫລາຍຈະເຊື່ອໄດ້ຢ່າງໃດ? ເຈົ້າທັງຫລາຍມັກຮັບເອົາກຽດຕິຍົດຈາກມະນຸດດ້ວຍກັນ, ແຕ່ບໍ່ຊອກຫາກຽດຕິຍົດຈາກຜູ້ທີ່ເປັນພຣະເຈົ້າແຕ່ອົງດຽວ,