Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:34 - ພຣະຄຳພີສັກສິ

34 ບາລາອາມ​ໄດ້ກ່າວ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ສາ​ແລ້ວ ເພາະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຢືນ​ຂວາງ​ທາງ​ໄວ້, ແຕ່ບັດນີ້​ຖ້າ​ຫາກ​ທ່ານ​ເຫັນ​ວ່າ ການ​ໄປ​ຂອງ​ຂ້ານ້ອຍ​ນັ້ນ​ບໍ່​ເປັນ​ການ​ສົມຄວນ ຂ້ານ້ອຍ​ກໍ​ຈະ​ກັບຄືນ​ເມືອ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 22:34
16 Jak'a apnaqawi uñst'ayäwi  

ດາວິດ​ຈຶ່ງ​ເວົ້າ​ຕໍ່​ນາທານ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລ້ວ.” ນາທານ​ກ່າວ​ຕໍ່​ດາວິດ​ວ່າ, “ພຣະເຈົ້າຢາເວ​ອະໄພ​ໃຫ້​ທ່ານ ແລະ​ທ່ານ​ຈະ​ບໍ່​ຕາຍ.


ພຣະເຈົ້າ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ໄດ້​ເຮັດ​ໄປ​ນັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ລົງໂທດ​ປະຊາຊົນ​ອິດສະຣາເອນ.


ເທື່ອໃດ​ທີ່​ພຣະອົງ​ໄດ້​ຂ້າ​ບາງຄົນ​ໃນ​ພວກເຂົາ ຄົນ​ທີ່​ເຫຼືອ​ກໍ​ຫັນ​ກັບ​ມາ​ຫາ​ພຣະອົງ​ເທື່ອນັ້ນ. ພວກເຂົາ​ໄດ້​ກັບ​ມາ​ດ້ວຍ​ສຳນຶກ​ຜິດ​ຢູ່​ໃນ​ຈິດໃຈ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ​ຍິ່ງ.


ກະສັດ​ຟາໂຣ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້ ເຮົາ​ໄດ້​ເຮັດ​ຜິດບາບ​ແລ້ວ; ພຣະເຈົ້າຢາເວ​ເປັນ​ຝ່າຍ​ຖືກ ແລະ​ເຮົາ​ກັບ​ປະຊາຊົນ​ຂອງເຮົາ​ເປັນ​ຝ່າຍ​ຜິດ.


ຖ້າ​ເຈົ້າ​ສົມນໍ້າໜ້າ​ລາວ​ພຣະເຈົ້າຢາເວ​ຮູ້ຈັກ​ແລະ​ພຣະອົງ​ກໍ​ບໍ່ມັກ ແລະ​ບາງທີ​ພຣະອົງ​ອາດ​ບໍ່​ລົງໂທດ​ລາວ​ກໍໄດ້.


ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.


ພວກເຂົາ​ໄດ້​ລຸກຂື້ນ​ຕັ້ງແຕ່​ເຊົ້າໆ ແລະ​ພວກເຂົາ​ໄດ້​ຂື້ນ​ໄປ​ເທິງ​ເນີນພູ​ສູງ​ໂດຍ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ໄປ​ສູ່​ດິນແດນ​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ສັນຍາ​ໄວ້. ພວກເຮົາ​ຍອມ​ຮັບ​ວ່າ​ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ.”


ພຣະເຈົ້າ​ໄດ້​ບອກ​ບາລາອາມ​ວ່າ, “ຢ່າ​ໄປ​ກັບ​ຄົນ​ເຫຼົ່ານີ້ ແລະ​ຢ່າ​ສາບແຊ່ງ​ປະຊາຊົນ​ອິດສະຣາເອນ ເພາະ​ແມ່ນ​ເຮົາເອງ​ທີ່​ອວຍພອນ​ພວກເຂົາ.”


ແຕ່​ລໍ​ຂອງ​ເຈົ້າ​ໄດ້​ເຫັນ​ເຮົາ​ຈຶ່ງ​ຫັນ​ໜີ​ເຖິງ​ສາມ​ເທື່ອ. ຖ້າ​ມັນ​ຫາກ​ບໍ່​ເຮັດ​ດັ່ງນັ້ນ ປານນີ້​ເຮົາ​ຄົງ​ຂ້າ​ເຈົ້າ​ຖິ້ມ​ແລະ​ໄວ້​ຊີວິດ​ລໍ​ສາ​ແລ້ວ.”


ກະສັດ​ໂຊນ​ຕອບ​ຄືນ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຮັດ​ບາບ ຂ້າພະເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຄຳແນະນຳ​ຂອງທ່ານ. ຂ້າພະເຈົ້າ​ເກງໃຈ​ທະຫານ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເຂົາ​ຕ້ອງການ.


ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ, ແຕ່​ຢ່າງໜ້ອຍ​ຂໍ​ທ່ານ​ໃຫ້​ຄວາມນັບຖື​ແກ່​ຂ້າພະເຈົ້າ​ຕໍ່ໜ້າ​ພວກຜູ້ນຳ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຊາວ​ອິດສະຣາເອນ​ທຸກຄົນ. ຂໍ​ທ່ານ​ຈົ່ງ​ກັບ​ເມືອ​ນຳ​ຂ້າພະເຈົ້າ ເພື່ອ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ.”


ເພິ່ນ​ກ່າວ​ແກ່​ດາວິດ​ວ່າ, “ເຈົ້າ​ເປັນ​ຝ່າຍ​ຖືກ​ແຕ່​ຂ້ອຍ​ເປັນ​ຝ່າຍ​ຜິດ. ເຈົ້າ​ເຮັດ​ດີທີ່ສຸດ​ຕໍ່​ຂ້ອຍ ໃນ​ເມື່ອ​ຂ້ອຍ​ເຮັດ​ຊົ່ວ​ຕໍ່​ເຈົ້າ.


ກະສັດ​ໂຊນ​ຕອບ​ວ່າ, “ດາວິດ ລູກຊາຍ​ຂອງ​ພໍ່​ເອີຍ ຂ້ອຍ​ໄດ້​ເຮັດ​ຜິດ​ໄປ​ແລ້ວ ຈົ່ງ​ກັບຄືນ​ມາ​ສາ. ຂ້ອຍ​ຈະ​ບໍ່​ທຳຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເພາະ​ໃນ​ຄືນນີ້​ເຈົ້າ​ໄດ້​ໄວ້​ຊີວິດ​ຂອງຂ້ອຍ. ຂ້ອຍ​ຊ່າງ​ເປັນ​ຄົນໂງ່ຈ້າ​ແທ້ໜໍ ແລະ​ຂ້ອຍ​ກໍໄດ້​ເຮັດ​ໃນ​ສິ່ງ​ທີ່​ໂຫດຮ້າຍ​ທີ່ສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka