33 ແຕ່ລໍຂອງເຈົ້າໄດ້ເຫັນເຮົາຈຶ່ງຫັນໜີເຖິງສາມເທື່ອ. ຖ້າມັນຫາກບໍ່ເຮັດດັ່ງນັ້ນ ປານນີ້ເຮົາຄົງຂ້າເຈົ້າຖິ້ມແລະໄວ້ຊີວິດລໍສາແລ້ວ.”
ເທວະດາຂອງພຣະເຈົ້າຢາເວໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເຮົາມາທີ່ນີ້ເພື່ອຂັດຂວາງເຈົ້າໄວ້ ເພາະເຮົາເຫັນວ່າເຈົ້າບໍ່ຄວນຈະໄປ.
ບາລາອາມໄດ້ກ່າວຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດສາແລ້ວ ເພາະຂ້ານ້ອຍບໍ່ຮູ້ວ່າທ່ານຢືນຂວາງທາງໄວ້, ແຕ່ບັດນີ້ຖ້າຫາກທ່ານເຫັນວ່າ ການໄປຂອງຂ້ານ້ອຍນັ້ນບໍ່ເປັນການສົມຄວນ ຂ້ານ້ອຍກໍຈະກັບຄືນເມືອ.”