Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:32 - ພຣະຄຳພີສັກສິ

32 ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຕີ​ລໍ​ຂອງ​ເຈົ້າ​ເຖິງ​ສາມ​ເທື່ອ​ເຊັ່ນນີ້? ເຮົາ​ມາ​ທີ່​ນີ້​ເພື່ອ​ຂັດຂວາງ​ເຈົ້າ​ໄວ້ ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ບໍ່ຄວນ​ຈະ​ໄປ.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:32
19 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກະທຳ​ດີ​ຕໍ່​ມະນຸດ​ທຸກໆຄົນ ແລະ​ສົງສານ​ຕໍ່​ສັບພະທຸກສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ນັ້ນ.


ພຣະອົງ​ຈັດຫາ​ອາຫານ​ການກິນ​ແກ່​ຝູງສັດ ແລະ​ລ້ຽງ​ລູກກາ​ຮ້ອງ ເມື່ອ​ມັນ​ຫິວໂຫຍ.


ຄວາມ​ຊອບທຳ​ຂອງ​ພຣະອົງ​ນັ້ນ​ສູງສົ່ງ​ດັ່ງ​ພູເຂົາ ແລະ​ຄວາມ​ຍຸດຕິທຳ​ກໍ​ເປັນ​ດັ່ງ​ທະເລ​ເລິກ. ມວນ​ມະນຸດ​ແລະ​ຝູງສັດ​ທັງປວງ ກໍ​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ພຣະເຈົ້າຢາເວ​ທັງນັ້ນ.


ຜູ້​ທີ່​ສັດຊື່​ກໍ​ຊີ້​ໃຫ້​ເຫັນ​ຄວາມ​ຢຳເກງ​ພຣະເຈົ້າຢາເວ, ແຕ່​ຜູ້​ທີ່​ບໍ່​ສັດຊື່​ກໍ​ດູໝິ່ນ​ປະໝາດ​ພຣະອົງ.


ມະນຸດ​ຄິດ​ວ່າ​ຕົນ​ເຮັດ​ທຸກສິ່ງ​ຖືກຕ້ອງ, ແຕ່​ພຣະເຈົ້າຢາເວ​ຢັ່ງຮູ້​ພາຍໃນ​ຈິດໃຈ.


ຜູ້​ທີ່​ໃຊ້​ຊີວິດ​ໃນ​ທາງ​ສັດຊື່​ກໍ​ຈະ​ປອດໄພ ຜູ້​ທີ່​ບໍ່​ສັດຊື່​ກໍ​ຈະ​ລົ້ມລົງ​ທັນທີ.


ເປັນ​ຄົນທຸກ​ແລະ​ສັດຊື່ ກໍ​ດີກວ່າ​ເປັນ​ຄົນ​ຮັ່ງມີ​ແຕ່​ຄົດໂກງ.


ແລ້ວ​ເຮົາ​ກໍ​ສົມຄວນ​ມີ​ຄວາມ​ເມດຕາ​ຕໍ່​ນີເນເວ​ເມືອງ​ໃຫຍ່​ນີ້ ຫລາຍກວ່າ​ມັນ​ເທົ່າໃດ. ຈົ່ງ​ພິຈາລະນາ​ເບິ່ງ​ໃຫ້​ດີ ເມືອງ​ນີ້​ມີ​ເດັກນ້ອຍ​ທີ່​ບໍ່​ຮູ້​ດຽງສາ​ຫຼາຍກວ່າ​ແສນສອງໝື່ນ​ຄົນ ແລະ​ມີ​ສັດ​ລ້ຽງ​ເປັນ​ຈຳນວນ​ຫລວງຫລາຍ​ອີກ​ດ້ວຍ.”


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ແລ້ວ​ໃນຄືນນັ້ນ ພຣະເຈົ້າ​ໄດ້​ມາ​ຫາ​ບາລາອາມ ແລະ​ບອກ​ເພິ່ນ​ວ່າ, “ຖ້າ​ພວກ​ເຫຼົ່ານີ້​ຫາກ​ຍັງ​ຂໍຮ້ອງ​ເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ຈົ່ງ​ຕຽມຕົວ​ໄປ​ສາ, ແຕ່​ໃຫ້​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ເທົ່ານັ້ນ.”


ພຣະເຈົ້າ​ໂກດຮ້າຍ​ທີ່​ບາລາອາມ​ໄປ​ກັບ​ພວກເຂົາ; ໃນ​ຂະນະທີ່​ບາລາອາມ​ກຳລັງ​ຂີ່​ລໍ​ໄປ ໂດຍ​ມີ​ຄົນ​ຮັບໃຊ້​ສອງ​ຄົນ​ຕິດຕາມ​ໄປ​ນຳ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຢືນ​ຂວາງ​ທາງ​ໄວ້.


ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ລໍ​ປາກ​ເປັນ ແລະ​ເວົ້າ​ຕໍ່​ບາລາອາມ​ວ່າ, “ຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ແດ່? ເປັນຫຍັງ​ເຈົ້າ​ຈຶ່ງ​ຕີ​ຂ້ອຍ​ເຖິງ​ສາມ​ເທື່ອ​ເຊັ່ນນີ້?”


ແຕ່​ລໍ​ຂອງ​ເຈົ້າ​ໄດ້​ເຫັນ​ເຮົາ​ຈຶ່ງ​ຫັນ​ໜີ​ເຖິງ​ສາມ​ເທື່ອ. ຖ້າ​ມັນ​ຫາກ​ບໍ່​ເຮັດ​ດັ່ງນັ້ນ ປານນີ້​ເຮົາ​ຄົງ​ຂ້າ​ເຈົ້າ​ຖິ້ມ​ແລະ​ໄວ້​ຊີວິດ​ລໍ​ສາ​ແລ້ວ.”


ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ວ່າ, “ຈົ່ງ​ເດີນທາງ​ຕໍ່ໄປ​ກັບ​ຄົນ​ເຫຼົ່ານີ້ ແຕ່​ໃຫ້​ເຈົ້າ​ກ່າວ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ກ່າວ​ເທົ່ານັ້ນ.” ສະນັ້ນ ບາລາອາມ​ຈຶ່ງ​ເດີນທາງ​ຕໍ່ໄປ​ກັບ​ຄະນະທູດ.


ແລະ​ເວົ້າ​ວ່າ, “ລູກ​ຂອງ​ມານຮ້າຍ​ເອີຍ ເຈົ້າ​ຜູ້​ເປັນ​ສັດຕູ​ຂອງ​ບັນດາ​ຄວາມ​ຊອບທຳ ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ​ຄວາມ​ຊົ່ວຮ້າຍ​ທຸກຢ່າງ ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຄວາມຈິງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?


ພວກເຂົາ​ບໍ່​ຍອມ​ໃຫ້​ສະບຽງ​ອາຫານ​ແລະ​ນໍ້າ​ແກ່​ພວກເຈົ້າ ຄາວ​ເມື່ອ​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ, ແຕ່​ພວກເຂົາ​ຊໍ້າ​ໄດ້​ຈ້າງ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຈາກ​ເມືອງ​ເປໂທ​ໃນ​ເມໂຊໂປຕາເມຍ ມາ​ສາບແຊ່ງ​ພວກເຈົ້າ.


ຢ່າ​ເອົາ​ກະສອບ​ອັດ​ປາກ​ງົວ​ທີ່​ກຳລັງ​ຢຽບ​ເຂົ້າ​ຢູ່.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka