Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:31 - ພຣະຄຳພີສັກສິ

31 ແລ້ວ​ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ບາລາອາມ​ເຫັນ​ເທວະດາ​ຖື​ດາບ​ຢືນ​ຢູ່​ທີ່​ນັ້ນ; ບາລາອາມ​ຈຶ່ງ​ໝູບ​ໜ້າ​ລົງ​ດິນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:31
14 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າ​ກໍໄດ້​ບັນດານ​ໃຫ້​ນາງ​ເຫັນ​ນໍ້າສ້າງ​ໜ່ວຍ​ໜຶ່ງ. ນາງ​ຈຶ່ງ​ຟ້າວ​ໄປ​ຕັກ​ເອົາ​ນໍ້າ​ຈົນ​ເຕັມ​ຖົງ ແລະ​ເອົາ​ມາ​ໃຫ້​ລູກຊາຍ​ດື່ມ.


ກະສັດ​ດາວິດ​ໄດ້​ຫລຽວຂື້ນ ແລະ​ໄດ້ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕົນ​ນັ້ນ​ຢືນ​ຢູ່​ໃນ​ກາງ​ອາກາດ ໂດຍ​ຖື​ດາບ​ຢູ່​ໃນ​ມື​ຕຽມພ້ອມ​ທີ່​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ. ແລ້ວ​ກະສັດ​ດາວິດ ແລະ​ບັນດາ​ຜູ້ນຳ​ປະຊາຊົນ ທຸກຄົນ​ລ້ວນແຕ່​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໄດ້​ຂາບລົງ​ດິນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ພວກເຂົາ​ຢ້ານ ໂຜດ​ເຮັດ​ໃຫ້​ພວກເຂົາ​ຮູ້​ວ່າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ.


ໂມເຊ​ຈຶ່ງ​ຟ້າວ​ຂາບລົງ ແລະ​ນ້ອມ​ນະມັດສະການ​ພຣະອົງ.


ໂຕລໍ​ຈຶ່ງ​ຖາມ​ອີກ​ວ່າ, “ຂ້ອຍ​ບໍ່ແມ່ນ​ລໍ​ໂຕ​ທີ່​ເຈົ້າ​ເຄີຍ​ຂີ່​ໄປມາ​ຊົ່ວຊີວິດ​ນັ້ນ​ບໍ? ຂ້ອຍ​ເຄີຍ​ໄດ້​ເຮັດ​ກັບ​ເຈົ້າ​ແບບ​ນີ້​ມາ​ກ່ອນ​ຫລື​ບໍ່?” ບາລາອາມ​ຕອບ​ວ່າ, “ບໍ່.”


ຜູ້​ໄດ້ຍິນ​ສິ່ງ​ທີ່​ພຣະເຈົ້າ ກຳລັງ​ກ່າວ​ຈາ ແລະ​ໄດ້​ຮັບ​ສະຕິປັນຍາ ມາ​ຈາກ​ຜູ້​ສູງສຸດ​ພຸ້ນ. ຄື​ເຫັນ​ນິມິດ​ລົງ​ມາ ຈາກ​ພຣະເຈົ້າ​ອົງ​ມີ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


ຜູ້​ທີ່ໄດ້ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະເຈົ້າ. ຄື​ຜູ້​ທີ່​ເຫັນ​ນິມິດ​ຈາກ​ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


ພວກເພິ່ນ​ເຫັນ​ພຣະເຢຊູເຈົ້າ, ແຕ່​ມີ​ສິ່ງ​ປິດບັງ​ບໍ່​ໃຫ້​ພວກເພິ່ນ​ຈື່​ພຣະອົງ​ໄດ້.


ແລ້ວ​ຕາ​ຂອງ​ພວກເພິ່ນ​ຖືກ​ເປີດ​ໃຫ້​ສະຫວ່າງ​ຂຶ້ນ ແລະ​ຈື່​ພຣະອົງ​ໄດ້, ແຕ່​ພຣະອົງ​ໄດ້​ຫາຍໄປ​ຈາກ​ພວກເພິ່ນ.


ພໍ​ພຣະອົງ​ບອກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຜູ້ນັ້ນ.” ພວກເຂົາ​ກໍ​ຍ່າງ​ຖອຍ​ຄືນ​ຫລັງ ແລະ​ລົ້ມ​ລົງ​ດິນ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ເມື່ອ​ໂຢຊວຍ​ຢູ່​ໃກ້​ກັບ​ເມືອງ​ເຢຣິໂກ ໃນທັນໃດ ເພິ່ນ​ກໍໄດ້​ເຫັນ​ຊາຍ​ຄົນໜຶ່ງ​ພວມ​ຖື​ດາບ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໂຢຊວຍ​ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ທ່ານ​ເປັນ​ຝ່າຍເຮົາ​ຫລື​ຝ່າຍ​ສັດຕູ?”


ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka