30 ໂຕລໍຈຶ່ງຖາມອີກວ່າ, “ຂ້ອຍບໍ່ແມ່ນລໍໂຕທີ່ເຈົ້າເຄີຍຂີ່ໄປມາຊົ່ວຊີວິດນັ້ນບໍ? ຂ້ອຍເຄີຍໄດ້ເຮັດກັບເຈົ້າແບບນີ້ມາກ່ອນຫລືບໍ່?” ບາລາອາມຕອບວ່າ, “ບໍ່.”
ບາລາອາມຕອບວ່າ, “ກໍຍ້ອນເຈົ້າແກ້ງເຮັດໃຫ້ຂ້ອຍ ຖ້າຫາກຂ້ອຍມີດາບ ຂ້ອຍຈະຂ້າເຈົ້າໂລດ.”
ແລ້ວພຣະເຈົ້າຢາເວກໍບັນດານໃຫ້ບາລາອາມເຫັນເທວະດາຖືດາບຢືນຢູ່ທີ່ນັ້ນ; ບາລາອາມຈຶ່ງໝູບໜ້າລົງດິນ.
ແຕ່ບາລາອາມນັ້ນໄດ້ຖືກຕີ ເພາະການລະເມີດຂອງຕົນ ລໍໂຕປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ ແລະໄດ້ຫ້າມຄວາມບ້າຂອງບາລາອາມ ຜູ້ທຳນວາຍນັ້ນໃຫ້ເຊົາ.