28 ພຣະເຈົ້າຢາເວໄດ້ບັນດານໃຫ້ລໍປາກເປັນ ແລະເວົ້າຕໍ່ບາລາອາມວ່າ, “ຂ້ອຍເຮັດຫຍັງໃຫ້ເຈົ້າແດ່? ເປັນຫຍັງເຈົ້າຈຶ່ງຕີຂ້ອຍເຖິງສາມເທື່ອເຊັ່ນນີ້?”
ພຣະເຈົ້າຢາເວໄດ້ຖາມໂມເຊວ່າ, “ໃຜສ້າງປາກມະນຸດ? ໃຜເຮັດໃຫ້ມະນຸດປາກກືກຫູໜວກ? ໃຜເຮັດໃຫ້ມະນຸດຕາບອດແລະຕາດີ? ແມ່ນເຮົາເອງຄືພຣະເຈົ້າຢາເວ.
ບາລາອາມຕອບວ່າ, “ກໍຍ້ອນເຈົ້າແກ້ງເຮັດໃຫ້ຂ້ອຍ ຖ້າຫາກຂ້ອຍມີດາບ ຂ້ອຍຈະຂ້າເຈົ້າໂລດ.”
ດ້ວຍວ່າ, ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.”
ເພາະພວກເຮົາຮູ້ຢູ່ວ່າ ທຸກສິ່ງທີ່ພຣະອົງໄດ້ເນຣະມິດສ້າງນັ້ນ ກໍໂອ່ຍຄາງດ້ວຍຄວາມເຈັບປວດຈົນເທົ່າທຸກວັນນີ້.
ເພາະມີຄຳຂຽນໄວ້ແລ້ວວ່າ, “ເຮົາຈະທຳລາຍປັນຍາ ຂອງຄົນມີປັນຍາ ເຮົາຈະໃຫ້ຄວາມສະຫລາດ ຂອງຄົນສະຫລາດສູນເສຍໄປ.”
ແຕ່ບາລາອາມນັ້ນໄດ້ຖືກຕີ ເພາະການລະເມີດຂອງຕົນ ລໍໂຕປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ ແລະໄດ້ຫ້າມຄວາມບ້າຂອງບາລາອາມ ຜູ້ທຳນວາຍນັ້ນໃຫ້ເຊົາ.