Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:23 - ພຣະຄຳພີສັກສິ

23 ເມື່ອ​ໂຕລໍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຢືນ​ຖື​ດາບ​ຢູ່​ທີ່​ນັ້ນ ກໍ​ແລ່ນ​ອອກ​ຈາກ​ທາງ​ໄປ​ສູ່​ທົ່ງນາ. ບາລາອາມ​ຈຶ່ງ​ຕີ​ລໍ​ແລະ​ຂະໜາບ​ມັນ​ໃຫ້​ກັບຄືນ​ມາ​ສູ່​ຫົນທາງ​ໃຫຍ່.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:23
11 Jak'a apnaqawi uñst'ayäwi  

ແລ້ວ​ເອລີຊາ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ຄົນ​ນີ້ ໃຫ້​ເຫັນ​ກຳລັງ​ຝ່າຍ​ເຮົາ​ແດ່ທ້ອນ.” ພຣະເຈົ້າຢາເວ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຊາ. ເມື່ອ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຫລຽວ​ຂຶ້ນ​ໄປ​ທີ່​ເທິງ​ພູ ລາວ​ກໍ​ເຫັນ​ຝູງມ້າ ແລະ​ລົດຮົບ​ເປັນ​ໄຟ​ຢູ່​ອ້ອມລ້ອມ​ເອລີຊາ.


ກະສັດ​ດາວິດ​ໄດ້​ຫລຽວຂື້ນ ແລະ​ໄດ້ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕົນ​ນັ້ນ​ຢືນ​ຢູ່​ໃນ​ກາງ​ອາກາດ ໂດຍ​ຖື​ດາບ​ຢູ່​ໃນ​ມື​ຕຽມພ້ອມ​ທີ່​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ. ແລ້ວ​ກະສັດ​ດາວິດ ແລະ​ບັນດາ​ຜູ້ນຳ​ປະຊາຊົນ ທຸກຄົນ​ລ້ວນແຕ່​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໄດ້​ຂາບລົງ​ດິນ.


ແມ່ນແຕ່​ນົກ​ຍາງ​ຢູ່​ເທິງ​ຟ້າ​ຍັງ​ຮູ້ຈັກ​ຍາມ​ກັບ​ມາ; ນົກ​ກາງແກ, ນົກ​ແອ່ນ ແລະ​ນົກ​ຂຽນ ກໍ​ຍັງ​ຮູ້ຈັກ​ເວລາ​ຍົກຍ້າຍ​ມາ. ແຕ່​ປະຊາຊົນ​ຂອງເຮົາ ພວກເຈົ້າ​ບໍ່​ຮູ້ຈັກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ​ທີ່​ໃຊ້​ປົກຄອງ​ພວກເຈົ້າ.


ຂ້າພະເຈົ້າ​ຜູ້ດຽວ​ເທົ່ານັ້ນ​ທີ່​ໄດ້​ເຫັນ​ນິມິດ​ນີ້. ຄົນ​ທັງຫລາຍ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ບໍ່ໄດ້​ເຫັນ​ຫຍັງ​ເລີຍ; ແຕ່​ພວກເຂົາ​ຢ້ານກົວ​ແລະ​ແລ່ນ​ໜີໄປ​ລີ້.


ພຣະເຈົ້າ​ໂກດຮ້າຍ​ທີ່​ບາລາອາມ​ໄປ​ກັບ​ພວກເຂົາ; ໃນ​ຂະນະທີ່​ບາລາອາມ​ກຳລັງ​ຂີ່​ລໍ​ໄປ ໂດຍ​ມີ​ຄົນ​ຮັບໃຊ້​ສອງ​ຄົນ​ຕິດຕາມ​ໄປ​ນຳ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຢືນ​ຂວາງ​ທາງ​ໄວ້.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຢືນ​ຂວາງ​ທາງ​ລະຫວ່າງ​ສວນອະງຸ່ນ ຊຶ່ງ​ມີ​ກຳແພງ​ຫີນ​ຢູ່​ສອງ​ຟາກ​ຂ້າງ.


ບັນດາ​ຄົນ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່ໄດ້ຍິນ​ສຽງ​ຂອງ​ຜູ້​ທີ່​ກຳລັງ​ກ່າວ​ກັບ​ຂ້າພະເຈົ້າ.


ເມື່ອ​ໂຢຊວຍ​ຢູ່​ໃກ້​ກັບ​ເມືອງ​ເຢຣິໂກ ໃນທັນໃດ ເພິ່ນ​ກໍໄດ້​ເຫັນ​ຊາຍ​ຄົນໜຶ່ງ​ພວມ​ຖື​ດາບ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໂຢຊວຍ​ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ທ່ານ​ເປັນ​ຝ່າຍເຮົາ​ຫລື​ຝ່າຍ​ສັດຕູ?”


ແຕ່​ບາລາອາມ​ນັ້ນ​ໄດ້​ຖືກ​ຕີ ເພາະ​ການ​ລະເມີດ​ຂອງຕົນ ລໍ​ໂຕ​ປາກ​ບໍ່​ເປັນ​ກໍ​ຍັງ​ໄດ້​ປາກ​ພາສາ​ມະນຸດ ແລະ​ໄດ້​ຫ້າມ​ຄວາມ​ບ້າ​ຂອງ​ບາລາອາມ ຜູ້ທຳນວາຍ​ນັ້ນ​ໃຫ້​ເຊົາ.


ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka