Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:22 - ພຣະຄຳພີສັກສິ

22 ພຣະເຈົ້າ​ໂກດຮ້າຍ​ທີ່​ບາລາອາມ​ໄປ​ກັບ​ພວກເຂົາ; ໃນ​ຂະນະທີ່​ບາລາອາມ​ກຳລັງ​ຂີ່​ລໍ​ໄປ ໂດຍ​ມີ​ຄົນ​ຮັບໃຊ້​ສອງ​ຄົນ​ຕິດຕາມ​ໄປ​ນຳ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຢືນ​ຂວາງ​ທາງ​ໄວ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:22
11 Jak'a apnaqawi uñst'ayäwi  

ແລ້ວ​ເຢຮູ​ກໍ​ອອກ​ຄຳສັ່ງ​ວ່າ, “ຈົ່ງ​ປະກາດ​ຕັ້ງ​ມື້​ຂາບໄຫວ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພະບາອານ.” ແລ້ວ​ການ​ປະກາດ​ກໍ​ມີ​ຂຶ້ນ


ເຮົາ​ຈະ​ໃຊ້​ເທວະດາ​ນຳ​ໜ້າ​ໄປ ເພື່ອ​ປົກປັກ​ຮັກສາ​ພວກເຈົ້າ​ໃນ​ການ​ເດີນທາງ ທັງ​ຈະ​ນຳ​ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ໄດ້​ຈັດແຈງ​ໄວ້.


ໃນ​ບ່ອນ​ພັກ​ແຮມ​ຄືນ​ແຫ່ງ​ໜຶ່ງ​ຕາມ​ທາງ​ໄປ​ສູ່​ປະເທດ​ເອຢິບ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ໂມເຊ​ເພື່ອ​ໝາຍ​ຈະ​ຂ້າ​ເພິ່ນ.


ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ​ພຣະອົງ​ແນ​ລູກທະນູ​ໃສ່​ພວກເຮົາ ຜູ້​ທີ່​ພວກເຮົາ​ພໍໃຈ​ແລະ​ຍິນດີ​ນຳ ພຣະອົງ​ກໍ​ຂ້າ​ຖິ້ມ​ໝົດ. ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ ກໍ​ເທ​ຄວາມ​ກີ້ວໂກດ​ລົງ​ໃສ່​ດັ່ງ​ໄຟ​ທີ່​ເຜົາໄໝ້.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ລາວ​ວ່າ, ‘ຢິດຊະເຣນ’ ເພາະ​ຍັງ​ອີກ​ບໍ່ດົນ​ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອິດສະຣາເອນ​ເນື່ອງ​ຈາກ​ວ່າ​ເຢຮູ ບັນພະບຸລຸດ​ຂອງ​ລາວ​ໄດ້​ຂ້າ​ຫລາຍ​ຄົນ​ທີ່​ຢິດຊະເຣນ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອວົງ​ຂອງ​ເຢຮູ ສິ້ນສຸດລົງ.


ເມື່ອ​ໂຕລໍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຢືນ​ຖື​ດາບ​ຢູ່​ທີ່​ນັ້ນ ກໍ​ແລ່ນ​ອອກ​ຈາກ​ທາງ​ໄປ​ສູ່​ທົ່ງນາ. ບາລາອາມ​ຈຶ່ງ​ຕີ​ລໍ​ແລະ​ຂະໜາບ​ມັນ​ໃຫ້​ກັບຄືນ​ມາ​ສູ່​ຫົນທາງ​ໃຫຍ່.


ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຕີ​ລໍ​ຂອງ​ເຈົ້າ​ເຖິງ​ສາມ​ເທື່ອ​ເຊັ່ນນີ້? ເຮົາ​ມາ​ທີ່​ນີ້​ເພື່ອ​ຂັດຂວາງ​ເຈົ້າ​ໄວ້ ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ບໍ່ຄວນ​ຈະ​ໄປ.


ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ວ່າ, “ຈົ່ງ​ເດີນທາງ​ຕໍ່ໄປ​ກັບ​ຄົນ​ເຫຼົ່ານີ້ ແຕ່​ໃຫ້​ເຈົ້າ​ກ່າວ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ກ່າວ​ເທົ່ານັ້ນ.” ສະນັ້ນ ບາລາອາມ​ຈຶ່ງ​ເດີນທາງ​ຕໍ່ໄປ​ກັບ​ຄະນະທູດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka