Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:20 - ພຣະຄຳພີສັກສິ

20 ແລ້ວ​ໃນຄືນນັ້ນ ພຣະເຈົ້າ​ໄດ້​ມາ​ຫາ​ບາລາອາມ ແລະ​ບອກ​ເພິ່ນ​ວ່າ, “ຖ້າ​ພວກ​ເຫຼົ່ານີ້​ຫາກ​ຍັງ​ຂໍຮ້ອງ​ເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ຈົ່ງ​ຕຽມຕົວ​ໄປ​ສາ, ແຕ່​ໃຫ້​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 22:20
18 Jak'a apnaqawi uñst'ayäwi  

ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ດື້ດຶງ​ຕາມໃຈ ໃຫ້​ເຮັດ​ຕາມ​ລຳພັງ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ມັກ.


ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”


ແຕ່​ພຣະເຈົ້າຢາເວ​ກໍ​ຍັງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເວົ້າ​ວ່າ, ເຈົ້າ​ຍັງ​ໜຸ່ມ​ເກີນໄປ ແຕ່​ຈົ່ງ​ໄປ​ຫາ​ປະຊາຊົນ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ໄປ​ພົບ ແລະ​ບອກ​ພວກເຂົາ​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ.


ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ກະສັດ ແລະ​ດ້ວຍ​ຄວາມ​ກິ້ວໂກດ ເຮົາ​ໄດ້​ເອົາ​ພວກເຂົາ​ໜີໄປ.


ແຕ່​ຂໍ​ໃຫ້​ພວກທ່ານ​ຄ້າງຄືນ​ຢູ່​ບ່ອນ​ນີ້​ດັ່ງ​ພວກ​ອື່ນໆ​ທີ່​ເຄີຍ​ມາ​ແລ້ວ ເພາະ​ບາງທີ​ພຣະເຈົ້າຢາເວ​ອາດ​ຈະ​ມີ​ສິ່ງໃດສິ່ງໜຶ່ງ​ອີກ​ບອກ​ຂ້າພະເຈົ້າ​ໃຫ້​ຮູ້​ຕື່ມ​ກໍໄດ້.”


ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ວ່າ, “ຈົ່ງ​ເດີນທາງ​ຕໍ່ໄປ​ກັບ​ຄົນ​ເຫຼົ່ານີ້ ແຕ່​ໃຫ້​ເຈົ້າ​ກ່າວ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ກ່າວ​ເທົ່ານັ້ນ.” ສະນັ້ນ ບາລາອາມ​ຈຶ່ງ​ເດີນທາງ​ຕໍ່ໄປ​ກັບ​ຄະນະທູດ.


ລາວ​ຕອບ​ເພິ່ນ​ວ່າ, “ຂ້າພະເຈົ້າ​ກ່າວ​ໄດ້​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ພຣະເຈົ້າຢາເວ​ໄດ້​ມາ​ພົບ​ບາລາອາມ​ທັງ​ບອກ​ສິ່ງ​ທີ່​ລາວ​ຈະ​ຕ້ອງ​ກ່າວ ແລະ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.


ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ຂ້າພະເຈົ້າ​ຕ້ອງ​ກ່າວ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ.”


ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ສິ່ງ​ທີ່​ລາວ​ຕ້ອງ​ກ່າວ; ແລ້ວ​ພຣະອົງ​ກໍ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.


ແມ່ນແຕ່​ທ່ານ​ຈະ​ເອົາ​ເງິນຄຳ​ທັງໝົດ​ໃນ​ຣາຊວັງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ອາດ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ໂດຍ​ເຮັດ​ຕາມໃຈ​ຂອງທ່ານ. ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ຜູ້​ທີ່ໄດ້ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະເຈົ້າ. ຄື​ຜູ້​ທີ່​ເຫັນ​ນິມິດ​ຈາກ​ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka