19 ແຕ່ຂໍໃຫ້ພວກທ່ານຄ້າງຄືນຢູ່ບ່ອນນີ້ດັ່ງພວກອື່ນໆທີ່ເຄີຍມາແລ້ວ ເພາະບາງທີພຣະເຈົ້າຢາເວອາດຈະມີສິ່ງໃດສິ່ງໜຶ່ງອີກບອກຂ້າພະເຈົ້າໃຫ້ຮູ້ຕື່ມກໍໄດ້.”
ແຕ່ບາລາອາມໄດ້ຕອບວ່າ, “ເຖິງແມ່ນວ່າເຈົ້າບາຫລາກຈະມອບເງິນຄຳທັງໝົດ ຢູ່ໃນພະຣາຊວັງຂອງເພິ່ນໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າບໍ່ໄດ້ ແມ່ນແຕ່ເລື່ອງເລັກນ້ອຍກໍຕາມ.
ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ມາຫາບາລາອາມ ແລະບອກເພິ່ນວ່າ, “ຖ້າພວກເຫຼົ່ານີ້ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ.”
ພວກເຂົາໄດ້ປະຖິ້ມທາງຊື່ ຈຶ່ງຫລົງທາງໄປ, ພວກເຂົາຕິດຕາມທາງຂອງບາລາອາມ ລູກເບອໍ ຜູ້ຊຶ່ງມັກລາງວັນທີ່ມາຈາກການອະທຳ.
ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫຼົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ.
ວິບັດ ຈົ່ງມີແກ່ພວກເຂົາ ເພາະພວກເຂົາໄດ້ຕິດຕາມທາງຂອງກາອິນໄປ ແລະເພື່ອເຫັນແກ່ສິນຈ້າງລາງວັນ ພວກເຂົາໄດ້ປ່ອຍຕົວໄປໃນທາງຜິດ ເໝືອນດັ່ງທີ່ບາລາອາມໄດ້ເຮັດ ແລະພວກເຂົາໄດ້ຈິບຫາຍໄປ ດ້ວຍການກະບົດຕາມຢ່າງຂອງໂກຣາ.