Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:18 - ພຣະຄຳພີສັກສິ

18 ແຕ່​ບາລາອາມ​ໄດ້​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ເຈົ້າ​ບາຫລາກ​ຈະ​ມອບ​ເງິນຄຳ​ທັງໝົດ ຢູ່​ໃນ​ພະຣາຊວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ບໍ່ໄດ້ ແມ່ນແຕ່​ເລື່ອງ​ເລັກນ້ອຍ​ກໍຕາມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:18
14 Jak'a apnaqawi uñst'ayäwi  

ຄົນ​ຂອງ​ພຣະເຈົ້າ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ເອົາ​ຊັບສິນ​ຂອງທ່ານ​ເຄິ່ງ​ໜຶ່ງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຈະ​ບໍ່​ຍອມ​ໄປ​ກັບ​ທ່ານ ຫລື​ກິນ​ແລະ​ດື່ມ​ຫຍັງ​ກັບ​ທ່ານ.


ແຕ່​ມີກາອີຢາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ຂ້າພະເຈົ້າ​ຈະ​ຂໍ​ເວົ້າ​ແຕ່​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ເທົ່ານັ້ນ.”


ແຕ່​ມີກາອີຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່​ສັນໃດ ຂ້າພະເຈົ້າ​ຈະ​ເວົ້າ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ສັນນັ້ນ.”


ແລ້ວ​ຂ້ານ້ອຍ​ຈະ​ໄດ້​ນອນຫລັບ​ດັ່ງ​ບັນດາ​ເຈົ້າຊາຍ ຜູ້​ທີ່​ມີ​ເງິນຄຳ​ເຕັມອັ້ນ​ຫໍໂຮງ​ຂອງ​ພວກ​ເຂົາເຈົ້າ.


ດານີເອນ​ຕອບ​ກະສັດ​ວ່າ, “ຂໍ​ທ່ານ​ຈົ່ງ​ເກັບ​ຂອງຂວັນ​ນັ້ນ​ໄວ້​ເອງ​ສາ​ເຖີດ. ຂ້ານ້ອຍ​ຈະ​ອ່ານ​ຄຳ​ທີ່​ຂຽນ​ນັ້ນ​ໃຫ້​ທ່ານ ແລະ​ຈະ​ບອກ​ຄວາມໝາຍ​ໃຫ້​ທ່ານ​ຮູ້.


ແຕ່​ຂໍ​ໃຫ້​ພວກທ່ານ​ຄ້າງຄືນ​ຢູ່​ບ່ອນ​ນີ້​ດັ່ງ​ພວກ​ອື່ນໆ​ທີ່​ເຄີຍ​ມາ​ແລ້ວ ເພາະ​ບາງທີ​ພຣະເຈົ້າຢາເວ​ອາດ​ຈະ​ມີ​ສິ່ງໃດສິ່ງໜຶ່ງ​ອີກ​ບອກ​ຂ້າພະເຈົ້າ​ໃຫ້​ຮູ້​ຕື່ມ​ກໍໄດ້.”


ບາລາອາມ​ຈຶ່ງ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ນີ້​ແລ້ວ​ບໍ່ແມ່ນ​ບໍ? ແຕ່​ບັດນີ້ ຂ້າພະເຈົ້າ​ຈະ​ມີ​ອຳນາດ​ເຮັດ​ຫຍັງ​ໄດ້​ແດ່? ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າ​ບອກ​ໃຫ້​ກ່າວ​ເທົ່ານັ້ນ.”


ບາລາອາມ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ພາກັນ​ນອນ​ຄ້າງຄືນ​ຢູ່​ທີ່​ນີ້​ສາ​ກ່ອນ ແລະ​ໃນ​ມື້ອື່ນ​ເຊົ້າ ຂ້ອຍ​ຈະ​ລາຍງານ​ໃຫ້​ພວກເຈົ້າ​ຮູ້​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້ອຍ.” ດັ່ງນັ້ນ ພວກ​ຜູ້ນຳ​ຂອງ​ຊາວ​ໂມອາບ​ຈຶ່ງ​ພັກ​ຢູ່​ທີ່​ນັ້ນ​ກັບ​ບາລາອາມ.


ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ຂ້າພະເຈົ້າ​ຕ້ອງ​ກ່າວ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ.”


ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ບອກ​ຄະນະທູດ​ທີ່​ທ່ານ​ໄດ້​ສົ່ງ​ໄປ​ຫາ​ຂ້າພະເຈົ້າ​ແລ້ວ​ວ່າ


ແມ່ນແຕ່​ທ່ານ​ຈະ​ເອົາ​ເງິນຄຳ​ທັງໝົດ​ໃນ​ຣາຊວັງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ອາດ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ໂດຍ​ເຮັດ​ຕາມໃຈ​ຂອງທ່ານ. ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ແຕ່​ເປໂຕ​ຕອບ​ລາວ​ວ່າ, “ຈົ່ງ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ກັບ​ເຈົ້າ​ສາ ເພາະ​ເຈົ້າ​ຄິດ​ວ່າ​ຈະ​ຊື້​ຂອງ​ປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ


ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.


ແຕ່​ເຮົາ​ບໍ່​ຟັງ​ຄຳ​ຂອງ​ບາລາອາມ. ດັ່ງນັ້ນ ລາວ​ຈຶ່ງ​ອວຍພອນ​ພວກເຈົ້າ. ດ້ວຍ​ວິທີ​ນີ້ ທີ່​ເຮົາ​ໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ບາຫລາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka