14 ສະນັ້ນ ພວກເຂົາຈຶ່ງກັບຄືນໄປຫາເຈົ້າບາຫລາກ ແລະບອກເພິ່ນວ່າບາລາອາມບໍ່ຍອມມາກັບພວກຕົນ.
ເມື່ອເຊົ້າມື້ໃໝ່ມາ ບາລາອາມຈຶ່ງໄປຫາຄະນະທູດຂອງເຈົ້າບາຫລາກ ແລະເວົ້າວ່າ, “ຈົ່ງກັບຄືນເມືອສາ ເພາະພຣະເຈົ້າຢາເວບໍ່ໃຫ້ຂ້ອຍໄປກັບພວກເຈົ້າ.”
ແລ້ວເຈົ້າບາຫລາກກໍໄດ້ສົ່ງບັນດາຜູ້ນຳຄົນສຳຄັນກວ່າພວກທຳອິດໄປອີກ.
ເຈົ້າບາຫລາກໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ມາ ເມື່ອເຮົາໃຊ້ຄົນໄປເຊີນເຈົ້າເທື່ອທຳອິດ? ເຈົ້າຄິດວ່າ, ເຮົາບໍ່ສາມາດໃຫ້ຂອງບັນນາການແກ່ເຈົ້າພຽງພໍຊັ້ນບໍ?”