13 ເມື່ອເຊົ້າມື້ໃໝ່ມາ ບາລາອາມຈຶ່ງໄປຫາຄະນະທູດຂອງເຈົ້າບາຫລາກ ແລະເວົ້າວ່າ, “ຈົ່ງກັບຄືນເມືອສາ ເພາະພຣະເຈົ້າຢາເວບໍ່ໃຫ້ຂ້ອຍໄປກັບພວກເຈົ້າ.”
ພຣະເຈົ້າໄດ້ບອກບາລາອາມວ່າ, “ຢ່າໄປກັບຄົນເຫຼົ່ານີ້ ແລະຢ່າສາບແຊ່ງປະຊາຊົນອິດສະຣາເອນ ເພາະແມ່ນເຮົາເອງທີ່ອວຍພອນພວກເຂົາ.”
ສະນັ້ນ ພວກເຂົາຈຶ່ງກັບຄືນໄປຫາເຈົ້າບາຫລາກ ແລະບອກເພິ່ນວ່າບາລາອາມບໍ່ຍອມມາກັບພວກຕົນ.
ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າບໍ່ໄດ້ຟັງບາລາອາມ; ພຣະອົງຈຶ່ງປ່ຽນຄຳສາບແຊ່ງນັ້ນມາເປັນຄຳອວຍພອນ ເພາະວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຮັກພວກເຈົ້າ.