ຈົດບັນຊີ 22:12 - ພຣະຄຳພີສັກສິ12 ພຣະເຈົ້າໄດ້ບອກບາລາອາມວ່າ, “ຢ່າໄປກັບຄົນເຫຼົ່ານີ້ ແລະຢ່າສາບແຊ່ງປະຊາຊົນອິດສະຣາເອນ ເພາະແມ່ນເຮົາເອງທີ່ອວຍພອນພວກເຂົາ.” Uka jalj uñjjattʼäta |
ແລະອາຊາຣີຢາກັບມະຫາປະໂຣຫິດ ຜູ້ທີ່ສືບເຊື້ອສາຍຈາກຊາດົກໄດ້ກ່າວແກ່ກະສັດວ່າ, “ນັບຕັ້ງແຕ່ປະຊາຊົນເລີ່ມນຳເຄື່ອງມາຖວາຍໃນວິຫານຂອງພຣະເຈົ້າຢາເວ ພວກເຮົາມີອາຫານການກິນຢ່າງພຽງພໍ ແລະຍັງມີໄວ້ສຳລອງອີກຢ່າງຫລວງຫລາຍ. ພວກເຮົາມີເຄື່ອງຂອງທັງໝົດນີ້ ເພາະພຣະເຈົ້າຢາເວໄດ້ອວຍພອນປະຊາຊົນຂອງພຣະອົງ.”
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”
ພວກເຂົາມີຈຳນວນຫລາຍກວ່າພວກເຮົາ, ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາດ້ວຍ. ບາງທີພວກເຮົາອາດຈະຊະນະ ແລະຂັບໄລ່ພວກເຂົາໃຫ້ອອກຈາກດິນແດນຂອງພວກເຮົາກໍໄດ້. ເຮົາຮູ້ວ່າເມື່ອໃດທີ່ທ່ານກ່າວຄຳອວຍພອນ ປະຊາຊົນຈະໄດ້ຮັບຄຳອວຍພອນ ແລະເມື່ອໃດທີ່ທ່ານກ່າວຄຳສາບແຊ່ງ ພວກເຂົາຈະໄດ້ຮັບຄຳສາບແຊ່ງ.”
ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອວຍພອນທຸກໆສິ່ງທີ່ພວກເຈົ້າໄດ້ເຮັດ. ພຣະອົງເບິ່ງແຍງພວກເຈົ້າ ໃນຂະນະທີ່ພວກເຈົ້າທ່ອງທ່ຽວຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ກັບພວກເຈົ້າເປັນເວລາສີ່ສິບປີ ແລະພວກເຈົ້າກໍມີທຸກໆສິ່ງທີ່ຈຳເປັນ.
ເຈົ້ານັ້ນຊ່າງມີຄວາມສຸກແທ້ ພຽງໃດເຈົາຮູ້ບໍ່? ຊາດອິດສະຣາເອນເອີຍ! ບໍ່ມີໃຜເປັນເໝືອນດັ່ງພວກເຈົ້າ ເປັນຊົນຊາດໜຶ່ງທີ່ພຣະເຈົ້າໄດ້ຊ່ວຍເຫຼືອເອົາ. ພຣະເຈົ້າຢາເວເປັນໂລ້ຕ້ານທານແລະເປັນດາບປາບສັດຕູ ເປັນຜູ້ປ້ອງກັນແລະນຳໄຊຊະນະມາໃຫ້ເຈົ້າ. ເຫຼົ່າສັດຕູນັ້ນຈະມາກາບຂໍຄວາມເມດຕາ ແລະເຈົ້າຈະຢຽບຢໍ່າພວກເຂົາລົງຈົນກ້ຽງ.”