Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:11 - ພຣະຄຳພີສັກສິ

11 ມີ​ປະຊາຊົນ​ຊາດ​ໜຶ່ງ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ ໄດ້​ແຜ່​ຂະຫຍາຍ​ອອກ​ໄປ​ທົ່ວ​ທຸກ​ຫົນແຫ່ງ​ໃນ​ປະເທດ. ເພິ່ນ​ຢາກ​ໃຫ້​ຂ້ານ້ອຍ​ໄປ​ສາບແຊ່ງ​ພວກເຂົາ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຮົບ​ຊະນະ​ພວກເຂົາ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 22:11
8 Jak'a apnaqawi uñst'ayäwi  

ແລ້ວ​ຫລາຍໆ​ຊົນຊາດ ຈະ​ຄຳນັບ​ຮັບ​ຄຳ​ບັນຊາ; ພ້ອມ​ພາກັນ​ຕັ້ງໜ້າ ມາ​ຂາບລົງ​ຮັບໃຊ້​ເຈົ້າ. ຈົ່ງ​ປົກຄອງ​ພວກເຂົາ​ໃຫ້​ໄດ້​ດັ່ງ​ປົກຄອງ​ນ້ອງພີ່ ເຊັ່ນ​ພີ່ນ້ອງ​ແມ່​ເຈົ້າ ຈຸ້ມເຈື້ອ​ເຫຼົ່າ​ລູກຫລານ ພວກເຂົາ​ຈະ​ພາກັນ​ມາ​ກົ້ມຂາບ ກົ້ມຄານ​ຢ້ານກົວ​ຍິ່ງ ຈິງໃຈ​ຄຳນັບ​ເຈົ້າ​ສະເໝີ​ດ້າມ ເຈົ້າພະຍາ​ແທ້​ໃດ ບັດນີ້ ພວກ​ເຜົ່າໃດ​ປ້ອຍດ່າ​ເຈົ້າ ພວກເຂົາ​ຈະ​ຖືກ​ປ້ອຍດ່າ​ກັບຄືນ ພວກ​ເຜົ່າໃດ​ອວຍພອນ​ເຈົ້າ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ນັ້ນ​ເໝືອນກັນ.”


ບາລາອາມ​ຈຶ່ງ​ຕອບ​ພຣະເຈົ້າ​ວ່າ, “ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກະສັດ​ແຫ່ງ​ໂມອາບ​ໄດ້​ສົ່ງ​ຄົນ​ພວກ​ນີ້​ມາ ແລະ​ບອກ​ຂ້ານ້ອຍ​ວ່າ,


ພຣະເຈົ້າ​ໄດ້​ບອກ​ບາລາອາມ​ວ່າ, “ຢ່າ​ໄປ​ກັບ​ຄົນ​ເຫຼົ່ານີ້ ແລະ​ຢ່າ​ສາບແຊ່ງ​ປະຊາຊົນ​ອິດສະຣາເອນ ເພາະ​ແມ່ນ​ເຮົາເອງ​ທີ່​ອວຍພອນ​ພວກເຂົາ.”


ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກະທຳ​ຕໍ່​ເຮົາ​ແບບນີ້? ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ທີ່ນີ້​ເພື່ອ​ໃຫ້​ເຈົ້າ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ກັບ​ມາ​ອວຍພອນ​ພວກເຂົາ​ແທນ.”


ບາລາອາມ​ໄດ້​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ​ແຫ່ງ​ໂມອາບ ໄດ້​ນຳ​ຂ້າພະເຈົ້າ​ມາ; ຈາກ​ປະເທດ​ຊີເຣຍ ຄື​ຈາກ​ພູດອຍ​ທາງ​ທິດ​ຕາເວັນອອກ. ເພິ່ນ​ກ່າວ​ວ່າ, ຮີບ​ມາ​ເວົ້າ ສຳລັບ​ເຮົາ​ໃຫ້​ແດ່ ມາ​ສາບແຊ່ງ​ປະຊາຊົນ​ຊາດເຊື້ອ ອິດສະຣາເອນ​ໃຫ້​ແດ່ດູ


ເຈົ້າ​ບາຫລາກ​ລຸກ​ຂຶ້ນ​ຢືນ​ກຳ​ກຳປັ້ນ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ນີ້ ເພື່ອ​ໃຫ້​ສາບແຊ່ງ​ສັດຕູ​ຂອງເຮົາ ແຕ່​ເຈົ້າ​ກັບ​ອວຍພອນ​ພວກເຂົາ​ເຖິງ​ສາມ​ເທື່ອ.


ແຕ່​ເຮົາ​ບໍ່​ຟັງ​ຄຳ​ຂອງ​ບາລາອາມ. ດັ່ງນັ້ນ ລາວ​ຈຶ່ງ​ອວຍພອນ​ພວກເຈົ້າ. ດ້ວຍ​ວິທີ​ນີ້ ທີ່​ເຮົາ​ໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ບາຫລາກ.


ລາວ​ຖາມ​ດາວິດ​ວ່າ, “ເຮີຍ​ບັກນ້ອຍ ໄມ້ຄ້ອນ​ນັ້ນ​ສຳລັບ​ໄວ້​ເຮັດ​ຫຍັງ? ມຶງ​ຄິດ​ວ່າ​ກູ​ເປັນ​ໝາ​ຊັ້ນບໍ?” ແລ້ວ​ລາວ​ກໍ​ເອີ້ນ​ຫາ​ພະ​ຂອງຕົນ​ໃຫ້​ມາ​ສາບແຊ່ງ​ດາວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka