Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 22:1 - ພຣະຄຳພີສັກສິ

1 ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ໄປ​ຕັ້ງ​ຄ້າຍພັກ​ຕາມ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.

Uka jalj uñjjattʼäta Copia luraña




ຈົດບັນຊີ 22:1
14 Jak'a apnaqawi uñst'ayäwi  

ໃນຂະນະ​ດຽວກັນ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ໂມອາບ, ອຳໂມນ, ເອໂດມ ແລະ​ດິນແດນ​ອື່ນ​ອີກ​ໄດ້ຍິນ​ວ່າ ກະສັດ​ແຫ່ງ​ບາບີໂລນ​ໄດ້​ອະນຸຍາດ​ໃຫ້​ຊາວ​ອິດສະຣາເອນ​ບາງຄົນ​ອາໄສ​ຢູ່​ໃນ​ຢູດາຍ​ໄດ້ ແລະ​ເພິ່ນ​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ຂອງ​ພວກເຂົາ.


ແລະ​ຈາກ​ບາໂມດ​ເຖິງ​ຮ່ອມພູ​ທີ່​ເຂດແດນ​ຂອງ​ໂມອາບ ໃຕ້​ຍອດ​ພູ​ປີສະກາ​ຊຶ່ງ​ແນມ​ອອກ​ໄປ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ດັ່ງນັ້ນ ໂມເຊ​ກັບ​ເອເລອາຊາ​ປະໂຣຫິດ​ຈຶ່ງ​ໄດ້​ກ່າວ​ກັບ​ພວກເຂົາ​ທີ່​ທົ່ງ​ຮາບພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ. ແລະ​ໄດ້ກ່າວ​ວ່າ,


ມາ​ມອບ​ໃຫ້​ໂມເຊ​ແລະ​ເອເລອາຊາ ຜູ້​ເປັນ​ປະໂຣຫິດ ແລະ​ຊຸມຊົນ​ອິດສະຣາເອນ​ທີ່​ຄ້າຍພັກ​ທົ່ງພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.


ພວກເຮົາ​ຈະ​ບໍ່​ເອົາ​ດິນແດນ​ສ່ວນ​ໃດໆ​ທີ່​ທາງ​ຟາກ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ​ອີກ ເພາະ​ໄດ້​ຮັບ​ສ່ວນ​ແບ່ງ​ຢູ່​ທີ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ແລ້ວ.”


ຄື​ດິນແດນ​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.”


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ໃນ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ​ວ່າ,


ລະບຽບການ​ຕ່າງໆ​ເຫຼົ່ານີ້​ແມ່ນ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ​ໂດຍ​ຜ່ານ​ທາງ​ໂມເຊ ໃນ​ທົ່ງພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ.


ແມ່ນ​ໃນ​ຂະນະທີ່​ປະຊາຊົນ​ໄດ້​ອາໄສ​ຢູ່​ທີ່​ຟາກ​ຕາເວັນອອກ ຂອງ​ແມ່ນໍ້າ​ຈໍແດນ​ໃນ​ເຂດແດນ​ໂມອາບ​ນັ້ນ​ເອງ ທີ່​ໂມເຊ​ໄດ້​ຕັ້ງຕົ້ນ​ອະທິບາຍ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າ. ເພິ່ນ​ໄດ້​ກ່າວ​ວ່າ,


ໃນຄັ້ງນັ້ນ ພວກເຮົາ​ໄດ້​ຢຶດເອົາ​ຈາກ​ກະສັດ​ທັງສອງ​ຂອງ​ຊາວ​ອາໂມ ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຕັ້ງແຕ່​ແມ່ນໍ້າ​ອາກໂນນ​ຈົນເຖິງ​ພູ​ເຮີໂມນ. (


ໂມເຊ​ໄດ້​ຂຶ້ນ​ຈາກ​ທົ່ງ​ຮາບພຽງ​ໂມອາບ​ໄປ​ທີ່​ພູເຂົາ​ເນໂບ ຈົນ​ໄປ​ເຖິງ​ຈອມພູ​ປີສະກາ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ ແລະ​ຢູ່​ທີ່​ນັ້ນ​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເພິ່ນ​ເຫັນ​ດິນແດນ​ທັງໝົດ ດັ່ງນີ້: ເຂດແດນ​ກີເລອາດ​ໄກ​ໄປ​ຮອດ​ທາງທິດເໜືອ​ສຸດ​ຂອງ​ເມືອງ​ດານ


ປະຊາຊົນ​ອິດສະຣາເອນ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ​ເປັນ​ເວລາ 30 ວັນ ຢູ່​ໃນ​ທົ່ງພຽງ​ຂອງ​ໂມອາບ.


ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka