8 ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊໃຫ້ເຮັດງູເປັນທອງສຳຣິດຕອກຕິດໄວ້ກັບເສົາ ເພື່ອວ່າຜູ້ໃດຜູ້ໜຶ່ງທີ່ຖືກງູຕອດ ເມື່ອແນມເບິ່ງງູທອງສຳຣິດນັ້ນແລ້ວກໍໄດ້ຮັບການປິ່ນປົວໃຫ້ຫາຍດີ.
ເພິ່ນໄດ້ທຳລາຍບ່ອນຂາບໄຫວ້ຂອງພະຕ່າງຊາດ, ໄດ້ທັບເສົາສັກສິດ ແລະຕັດຮູບຂອງເຈົ້າແມ່ອາເຊຣາ. ເພິ່ນຍັງໄດ້ທັບຮູບງູທອງສຳຣິດທີ່ໂມເຊໄດ້ຫລໍ່ຂຶ້ນຊື່ວ່າ ເນຮູຊະຕານ. ມາຈົນເຖິງເວລານັ້ນ ປະຊາຊົນອິດສະຣາເອນຍັງເຜົາເຄື່ອງຫອມບູຊາຮູບງູທອງນີ້ຢູ່.
ພຣະເຈົ້າຢາເວເຕັມໄປດ້ວຍພຣະຄຸນແລະຄວາມເມດຕາ ໂກດຮ້າຍຊ້າແລະມີຄວາມຮັກອັນໝັ້ນຄົງ.
ປະຊາຊົນຊາວຟີລິດສະຕິນເອີຍ ໄມ້ຄ້ອນທີ່ໃຊ້ຕີພວກເຈົ້ານັ້ນຫັກສາແລ້ວ ແຕ່ພວກເຈົ້າຢ່າສູ່ຟ້າວດີໃຈ. ເມືອງູໂຕໜຶ່ງຕາຍໄປ ງູໂຕໂຫດຮ້າຍທີ່ສຸດກໍຂຶ້ນມາແທນ ເໝືອນດັ່ງໄຂ່ງູຟັກອອກເປັນໂຕມັງກອນ.
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າກ່ຽວກັບສັດຕ່າງໆ ໃນຖິ່ນແຫ້ງແລ້ງກັນດານທາງພາກໃຕ້: “ບັນດາທູດເດີນທາງຜ່ານປະເທດທີ່ເປັນອັນຕະລາຍ ຄືບ່ອນທີ່ມີໂຕສິງ, ງູພິດ ແລະມັງກອນທີ່ເຫາະໄດ້. ພວກເຂົາບັນທຸກຂອງຂວັນລາຄາແພງ ໃສ່ເທິງຫລັງລໍ ແລະອູດໄປໃຫ້ຊົນຊາດໜຶ່ງທີ່ຊ່ວຍເຫລືອຫຍັງບໍ່ໄດ້.
ຊາວໂລກທັງໂລກ ຈົ່ງກັບມາຫາເຮົາ ເຮົາເທົ່ານັ້ນຄືພຣະເຈົ້າແລະຊ່ວຍໃຫ້ພົ້ນໄດ້.
ໂມເຊໄດ້ຍົກງູຂຶ້ນໃນຖິ່ນແຫ້ງແລ້ງກັນດານຢ່າງໃດ ບຸດມະນຸດກໍຕ້ອງໄດ້ຮັບການຍົກຂຶ້ນຢ່າງນັ້ນ,