Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:7 - ພຣະຄຳພີສັກສິ

7 ປະຊາຊົນ​ຈຶ່ງ​ພາກັນ​ມາ​ຫາ​ໂມເຊ​ແລະ​ກ່າວ​ວ່າ, “ພວກເຮົາ​ເຮັດ​ບາບ​ແລ້ວ ເມື່ອ​ຈົ່ມຮ້າຍ​ໃສ່​ພຣະເຈົ້າຢາເວ ແລະ​ຈົ່ມຮ້າຍ​ໃສ່​ທ່ານ. ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ໄລ່​ງູພິດ​ເຫຼົ່ານີ້​ໜີໄປ​ເຖີດ.” ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:7
30 Jak'a apnaqawi uñst'ayäwi  

ຍ້ອນ​ເລື່ອງ​ເກີດຂຶ້ນ​ກັບ​ຊາຣາ​ເມຍ​ຂອງ​ອັບຣາຮາມ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ຜູ້ຍິງ​ທຸກຄົນ​ໃນ​ວັງ​ຂອງ​ເຈົ້າ​ອາບີເມເຫຼັກ​ບໍ່ມີ​ລູກ. ສະນັ້ນ ອັບຣາຮາມ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ ແລະ​ພຣະເຈົ້າ​ກໍ​ໂຜດ​ຮັກສາ​ເພິ່ນ​ໃຫ້​ຫາຍ​ດີ. ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ເມຍ​ຂອງ​ເພິ່ນ ແລະ​ບັນດາ​ຍິງ​ທັງໝົດ​ຫາຍ​ດີ​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ລູກ​ໄດ້.


ແຕ່​ບັດນີ້ ຈົ່ງ​ເອົາ​ຍິງ​ຜູ້​ນີ້​ໄປ​ສົ່ງ​ໃຫ້​ຜົວ​ຂອງ​ນາງ. ຜົວ​ຂອງ​ນາງ​ເປັນ​ຜູ້ທຳນວາຍ ແລະ​ລາວ​ຈະ​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ບໍ່​ຕາຍ, ແຕ່​ເຮົາ​ຂໍ​ເຕືອນ​ເຈົ້າ​ວ່າ ຖ້າ​ເຈົ້າ​ບໍ່​ສົ່ງ​ນາງ​ຄືນ​ໄປ ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ຈະ​ຕ້ອງ​ຕາຍ.”


ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.


ແລ້ວ​ກະສັດ​ເຢໂຮອາຮາດ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ; ແລະ​ພຣະເຈົ້າຢາເວ​ໄດ້​ຫລິງເຫັນ​ເຖິງ​ກະສັດ​ຊີເຣຍ​ກົດຂີ່​ຊາວ​ອິດສະຣາເອນ​ຢ່າງໜັກ ຈຶ່ງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.


ຕໍ່ມາ ຫລັງຈາກ​ໂຢບ​ໄດ້​ພາວັນນາ​ອະທິຖານ​ສຳລັບ​ເພື່ອນ​ທັງ​ສາມ​ຄົນ​ແລ້ວ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ໂຢບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່; ແລະ​ພຣະເຈົ້າຢາເວ​ໃຫ້​ເພິ່ນ​ຮັ່ງມີ​ຕື່ມ​ອີກ​ເຖິງ​ສອງ​ເທົ່າ ໃນ​ສິ່ງ​ທີ່​ເພິ່ນ​ເຄີຍ​ມີ​ມາ​ກ່ອນ.


ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”


ເມື່ອ​ພຣະອົງ​ບອກ​ວ່າ ພຣະອົງ​ຈະ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ ໂມເຊ​ຄົນ​ທີ່​ຊົງ​ໄດ້​ເລືອກເອົາ​ກໍ​ລຸກ​ຂຶ້ນ​ຂັດຄ້ານ​ໄວ້. ເພິ່ນ​ໄດ້​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໂດຍ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຖືກ​ທຳລາຍ.


ເທື່ອໃດ​ທີ່​ພຣະອົງ​ໄດ້​ຂ້າ​ບາງຄົນ​ໃນ​ພວກເຂົາ ຄົນ​ທີ່​ເຫຼືອ​ກໍ​ຫັນ​ກັບ​ມາ​ຫາ​ພຣະອົງ​ເທື່ອນັ້ນ. ພວກເຂົາ​ໄດ້​ກັບ​ມາ​ດ້ວຍ​ສຳນຶກ​ຜິດ​ຢູ່​ໃນ​ຈິດໃຈ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ​ຍິ່ງ.


ບັດນີ້ ຈົ່ງ​ຍົກ​ບາບກຳ​ໃຫ້​ເຮົາ​ອີກເທື່ອໜຶ່ງ​ແດ່ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃຫ້​ນຳ​ເອົາ​ການ​ລົງໂທດ​ອັນ​ຮ້າຍແຮງ​ນີ້​ໜີໄປ​ຈາກ​ເຮົາ​ເສຍ.”


ແຕ່​ໂມເຊ​ໄດ້​ວິງວອນ​ຂໍ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຊ່ວຍ​ກູ້​ເອົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ແລະ​ມະຫັດສະຈັນ​ຂອງ​ພຣະອົງ?


ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ແຕ່​ບັດນີ້ ເຮົາ​ຈະ​ຂຶ້ນ​ໄປ​ພົບ​ພຣະເຈົ້າຢາເວ​ຢູ່​ເທິງ​ພູເຂົາ ບາງທີ​ເຮົາ​ອາດ​ຂໍຮ້ອງ​ພຣະອົງ ໃຫ້​ຍົກ​ບາບ​ແກ່​ພວກເຈົ້າ​ກໍ​ເປັນ​ໄປ​ໄດ້.”


ກະສັດ​ຟາໂຣ​ບອກ​ວ່າ, “ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຖ້າ​ພວກເຈົ້າ​ບໍ່​ໄປ​ໄກ. ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ສາ.”


ມັນ​ຈະ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ທ່ານ, ເທິງ​ປະຊາຊົນ​ຂອງທ່ານ, ແລະ​ເທິງ​ຂ້າຣາຊການ​ທັງໝົດ​ຂອງທ່ານ.”’


ດັ່ງນັ້ນ ກະສັດ​ຟາໂຣ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ​ພ້ອມ​ສັ່ງ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ບອກ​ຝູງ​ກົບ​ອອກ​ໄປ​ສາ ແລະ​ເຮົາ​ຈະ​ປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ກະສັດ​ເຊເດກີຢາ​ໄດ້​ໃຊ້​ເຢຮູການ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຂໍ​ໃຫ້​ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ປະເທດ​ຊາດ​ຂອງ​ພວກເຮົາ.


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ປະຊາຊົນ​ໄດ້​ຮ້ອງ​ຫາ​ໂມເຊ​ໃຫ້​ຊ່ວຍເຫລືອ; ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ແລະ​ໄຟ​ນັ້ນ​ກໍໄດ້​ມອດ​ລົງ.


ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.” ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”


ຝ່າຍ​ຊີໂມນ​ໄດ້​ຕອບ​ວ່າ, “ຂໍ​ທ່ານ​ທັງສອງ​ພາວັນນາ​ອະທິຖານ​ຕໍ່​ພຣະອົງເຈົ້າ​ສຳລັບ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ​ຈັກ​ປະການ.”


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ.


ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ອາໂຣນ​ດ້ວຍ ແລະ​ໝາຍ​ຈະ​ຂ້າ​ລາວ​ເສຍ. ດັ່ງນັ້ນ ໃນ​ເວລາ​ດຽວກັນ ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ອາໂຣນ​ດ້ວຍ.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


ກະສັດ​ໂຊນ​ຕອບ​ຄືນ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຮັດ​ບາບ ຂ້າພະເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຄຳແນະນຳ​ຂອງທ່ານ. ຂ້າພະເຈົ້າ​ເກງໃຈ​ທະຫານ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເຂົາ​ຕ້ອງການ.


ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ, ແຕ່​ຢ່າງໜ້ອຍ​ຂໍ​ທ່ານ​ໃຫ້​ຄວາມນັບຖື​ແກ່​ຂ້າພະເຈົ້າ​ຕໍ່ໜ້າ​ພວກຜູ້ນຳ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຊາວ​ອິດສະຣາເອນ​ທຸກຄົນ. ຂໍ​ທ່ານ​ຈົ່ງ​ກັບ​ເມືອ​ນຳ​ຂ້າພະເຈົ້າ ເພື່ອ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka