ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າກ່ຽວກັບສັດຕ່າງໆ ໃນຖິ່ນແຫ້ງແລ້ງກັນດານທາງພາກໃຕ້: “ບັນດາທູດເດີນທາງຜ່ານປະເທດທີ່ເປັນອັນຕະລາຍ ຄືບ່ອນທີ່ມີໂຕສິງ, ງູພິດ ແລະມັງກອນທີ່ເຫາະໄດ້. ພວກເຂົາບັນທຸກຂອງຂວັນລາຄາແພງ ໃສ່ເທິງຫລັງລໍ ແລະອູດໄປໃຫ້ຊົນຊາດໜຶ່ງທີ່ຊ່ວຍເຫລືອຫຍັງບໍ່ໄດ້.