ຈົດບັນຊີ 21:5 - ພຣະຄຳພີສັກສິ5 ພວກເຂົາໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະຕໍ່ໂມເຊວ່າ, “ເປັນຫຍັງທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ບ່ອນບໍ່ມີອາຫານ ແລະບໍ່ມີນໍ້າເຊັ່ນນີ້? ພວກເຮົາບໍ່ອາດທົນກິນອາຫານຕາຍໆເຊັ່ນນີ້ໄດ້ດອກ.” Uka jalj uñjjattʼäta |
ແຕ່ຄົນລຸ້ນນີ້ໄດ້ທ້າທາຍເຮົາຄືກັນ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາ ຊຶ່ງໃຫ້ຊີວິດແກ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາໃນຖິ່ນແຫ້ງແລ້ງກັນດານນັ້ນ ແລະສັງຫານພວກເຂົາທັງໝົດຖິ້ມ.
ແຕ່ຈະມີກິນໜຶ່ງເດືອນເຕັມ ຈົນມັນລົ້ນອອກມາທາງຮູດັງ ຈົນພວກເຈົ້າເບື່ອໜ່າຍມັນ. ເລື່ອງນີ້ຈະເກີດຂຶ້ນເພາະວ່າພວກເຈົ້າບໍ່ໄດ້ຍອມຮັບເອົາພຣະເຈົ້າຢາເວ ອົງທີ່ໄດ້ສະຖິດຢູ່ທີ່ນີ້ທ່າມກາງພວກເຈົ້າ ແລະພວກເຈົ້າຍັງໄດ້ຈົ່ມຕໍ່ວ່າຕໍ່ຂານໃສ່ພຣະອົງວ່າ ພວກເຈົ້າບໍ່ຄວນອອກມາຈາກປະເທດເອຢິບກໍດີກວ່າ.”’