35 ສະນັ້ນ ຊາວອິດສະຣາເອນຈຶ່ງໄດ້ສັງຫານເຈົ້າໂອກ ພ້ອມທັງພວກລູກຊາຍກັບປະຊາຊົນທັງໝົດຂອງລາວໂດຍບໍ່ມີໃຜລອດຊີວິດເລີຍ ແລ້ວຢຶດເອົາດິນແດນມາປົກຄອງ.
ແຕ່ໃນເຫດການທັງປວງເຫຼົ່ານີ້ ພວກເຮົາກໍມີໄຊຊະນະຢ່າງເຫລືອລົ້ນ ໂດຍທາງພຣະອົງຜູ້ຊົງຮັກພວກເຮົາທັງຫລາຍນັ້ນ.
ຊາວໂຮຣີເຄີຍອາໄສຢູ່ທີ່ດິນແດນເອໂດມ ແຕ່ພວກລູກຫລານຂອງເອຊາວໄດ້ຂັບໄລ່ພວກເຂົາອອກໄປ ທັງທຳລາຍລ້າງຜານຊົນຊາດຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນແທນ; ເໝືອນດັ່ງກັບຊາວອິດສະຣາເອນ ໃນເວລາຕໍ່ມາໄດ້ຂັບໄລ່ເຫຼົ່າສັດຕູຂອງພວກຕົນ ອອກໄປຈາກດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້.
ພຣະເຈົ້າຢາເວຈະທຳລາຍປະຊາຊົນເຫຼົ່ານັ້ນ ເໝືອນດັ່ງທີ່ພຣະອົງໄດ້ເອົາຊະນະກະສັດຂອງຊາວອາໂມ ຄືເຈົ້າສີໂຫນແລະເຈົ້າໂອກ ແລະໄດ້ທຳລາຍດິນແດນຂອງພວກເຂົາ.
ພວກເຂົາໄດ້ຢຶດຄອງດິນແດນຂອງເພິ່ນ ແລະດິນແດນຂອງເຈົ້າໂອກກະສັດແຫ່ງບາຊານ ແລະກະສັດຄົນໜຶ່ງອີກຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງຢູ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນ.
ດິນແດນນັ້ນຍັງລວມເອົາທັງອານາຈັກຂອງເຈົ້າໂອກ ກະສັດຄົນສຸດທ້າຍຂອງເຜົ່າເຣຟາອິມ ຜູ້ໄດ້ປົກຄອງຢູ່ທີ່ເມືອງອັດຊະຕາໂຣດແລະເອັດເຣອີ. ໂມເຊໄດ້ຊະນະພວກເຫຼົ່ານີ້ ແລະໄດ້ຂັບໄລ່ພວກເຂົາໃຫ້ອອກໄປຈາກເມືອງເຫຼົ່ານັ້ນ.
ພຣະເຈົ້າຢາເວໄດ້ຕອບຊາວອິດສະຣາເອນວ່າ, “ຊາວເອຢິບ, ຊາວອາໂມ, ຊາວອຳໂມນ, ຊາວຟີລິດສະຕິນ,