Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:34 - ພຣະຄຳພີສັກສິ

34 ແຕ່​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຢ່າສູ່ຢ້ານເລີຍ ເຮົາ​ຈະ​ໃຫ້​ເຈົ້າ​ຕີ​ຊະນະ​ກະສັດ​ຄົນ​ນີ້, ຊະນະ​ປະຊາຊົນ​ທັງໝົດ ແລະ​ຢຶດຄອງ​ເອົາ​ດິນແດນ​ຂອງ​ລາວ. ຈົ່ງ​ເຮັດ​ກັບ​ເຈົ້າໂອກ​ຄື​ກັນ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ຜູ້​ທີ່​ໄດ້​ປົກຄອງ​ທີ່​ນະຄອນ​ເຮັດຊະໂບນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 21:34
24 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຈົ່ງ​ໄປ​ໂຈມຕີ​ພວກເຂົາ ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ.”


ໃນຂະນະ​ດຽວກັນ​ນັ້ນ ກໍ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ຫາ​ກະສັດ​ອາຮາບ ແລະ​ບອກ​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ວ່າ ຢ່າ​ຢ້ານ​ກອງທັບ​ໃຫຍ່​ນັ້ນ​ເລີຍ ວັນ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກເຂົາ ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ​ບອກ​ໄວ້​ດັ່ງນີ້: ‘ເນື່ອງຈາກ​ຊາວ​ຊີເຣຍ​ເວົ້າ​ວ່າ ເຮົາ​ເປັນ​ພຣະເຈົ້າຢາເວ​ແຫ່ງ​ພູຜາ ແລະ​ບໍ່ແມ່ນ​ພຣະເຈົ້າ​ແຫ່ງ​ບ່ອນ​ຮາບພຽງ’ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ກອງທັບ​ໃຫຍ່​ຂອງ​ພວກເຂົາ ແລ້ວ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເອລີຊາ​ກ່າວ​ຕໍ່ໄປ​ວ່າ, “ພຣະເຈົ້າຢາເວ​ກະທຳການ​ນີ້​ໄດ້​ຢ່າງ​ງ່າຍດາຍ ແລະ​ພຣະອົງ​ຈະ​ໃຫ້​ພວກທ່ານ​ຮົບ​ຊະນະ​ພວກ​ໂມອາບ.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃດ ເຮົາ​ເປັນ​ຜູ້​ທີ່​ໃຫ້​ກຳລັງ​ທັງ​ສັ່ງສອນ​ພວກເຈົ້າ, ຢ່າ​ສູ່​ພາກັນ​ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ເຮົາ​ຈະ​ຊ່ວຍເຫຼືອ​ເອົາ​ພວກເຈົ້າ​ໄວ້.”


ຢ່າ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ເລີຍ ແລະ​ຢ່າສູ່ຢ້ານ​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພວກເຮົາ​ຈະ​ຊະນະ​ພວກເຂົາ​ຢ່າງ​ງ່າຍດາຍ. ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ ແລະ​ຈະ​ຊົງ​ທຳລາຍ​ບັນດາ​ພະ​ທີ່​ປົກປັກ​ຮັກສາ​ພວກເຂົາ​ໃຫ້​ສູນສິ້ນ​ໄປ​ໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”


ແຕ່​ເຈົ້າ​ສີໂຫນ​ແຫ່ງ​ເຮັດຊະໂບນ​ບໍ່​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ເພິ່ນ​ໄປ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ເພິ່ນ​ດື້ດຶງ​ແລະ​ແຂງກະດ້າງ ເພື່ອ​ພວກເຮົາ​ຈະ​ໄດ້​ຊະນະ​ແລະ​ຢຶດ​ເອົາ​ເຂດແດນ​ທັງໝົດ​ຂອງ​ເພິ່ນ ມາ​ຄອບຄອງ​ຈົນ​ເທົ່າ​ທຸກ​ວັນນີ້.


‘ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ໃຫ້​ດີ ໃນວັນນີ້​ພວກເຈົ້າ​ຈະ​ອອກ​ສູ່​ສະໜາມຮົບ. ຢ່າ​ຢ້ານ​ຂ້າເສິກ ຫລື​ເສຍຂວັນ ຫລື​ເກີດ​ອົນລະຫົນ​ວຸ້ນວາຍ​ເລີຍ.


“ຕໍ່ມາ ພວກເຮົາ​ໄດ້​ເດີນທາງ​ໄປ​ທີ່​ພາກ​ເໜືອ​ສູ່​ອານາເຂດ​ບາຊານ ແລະ​ເຈົ້າໂອກ​ໄດ້​ຍົກທັບ​ອອກ​ມາ​ສູ້ຮົບ​ພວກເຮົາ​ໃກ້​ກັບ​ເມືອງ​ເອັດເຣອີ.


ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”


ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ພວກເຂົາ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ກັບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ຜິດຫວັງ ຫລື​ປະຖິ້ມ​ພວກເຈົ້າ.”


ຢ່າ​ຄິດ​ເລີຍ​ວ່າ​ຊົນຊາດ​ເຫຼົ່ານີ້​ມີ​ຈຳນວນ​ຫລາຍ​ລື່ນ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ບໍ່ໄດ້.


ຢ່າ​ຢ້ານ​ພວກເຂົາ​ເລີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ຕໍ່​ກະສັດ​ປະເທດ​ເອຢິບ​ແລະ​ຕໍ່​ຊາວ​ເອຢິບ​ທັງໝົດ.


ສະນັ້ນ ຢ່າ​ຢ້ານ​ຊົນຊາດ​ເຫຼົ່ານີ້​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຍິ່ງໃຫຍ່ ແລະ​ອົງ​ດຽວ​ທີ່​ໜ້າ​ຢ້ານຢຳ.


ພຣະອົງ​ຈະ​ໃຫ້​ບັນດາ​ກະສັດ​ຂອງ​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ຂ້າ​ພວກເຂົາ​ແລະ​ບໍ່ມີ​ໃຜ​ຈະ​ຈົດຈຳ​ພວກເຂົາ​ໄດ້​ອີກ​ເລີຍ ບໍ່ມີ​ຜູ້ໃດ​ຈະ​ສາມາດ​ຢັບຢັ້ງ​ພວກເຈົ້າ​ໄດ້ ພວກເຈົ້າ​ຈະ​ທຳລາຍ​ພວກເຂົາ​ທຸກຄົນ.


ໂຢຊວຍ​ບອກ​ພວກ​ນາຍ​ທະຫານ​ວ່າ, “ຢ່າ​ຢ້ານ​ຫລື​ທໍ້ຖອຍ​ໃຈ. ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ເພາະ​ພຣະເຈົ້າຢາເວ​ຈະ​ກະທຳ​ດັ່ງນີ້​ຕໍ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.”


ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ​ເລີຍ. ເຮົາ​ມອບ​ໄຊຊະນະ​ໃຫ້​ເຈົ້າ​ແລ້ວ. ບໍ່ມີ​ໃຜ​ໃນ​ພວກເຂົາ​ຈະ​ສາມາດ​ຕໍ່ສູ້​ເຈົ້າ​ໄດ້.”


ແລ້ວ​ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ບ່ອນ​ລີ້ ແລະ​ເຂົ້າ​ຢຶດຄອງ​ຕົວເມືອງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຍົກ​ເມືອງ​ນີ້​ໃຫ້​ພວກເຈົ້າ.


ເຢັບທາ​ສັນຍາ​ຕໍ່ພຣະເຈົ້າຢາເວ​ວ່າ, “ຖ້າ​ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ໄຊຊະນະ​ເໜືອ​ພວກ​ອຳໂມນ


ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka