Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:33 - ພຣະຄຳພີສັກສິ

33 ແລ້ວ​ຊາວ​ອິດສະຣາເອນ​ກໍ​ລ້ຽວ​ໄປ​ຕາມ​ທາງ​ທີ່​ມຸ່ງໜ້າ​ສູ່​ບາຊານ ແລ້ວ​ເຈົ້າໂອກ​ແຫ່ງ​ເມືອງ​ບາຊານ​ກໍໄດ້​ຍົກທັບ​ອອກ​ມາ ເພື່ອ​ໂຈມຕີ​ພວກເຂົາ​ທີ່​ເອັດເຣອີ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:33
20 Jak'a apnaqawi uñst'ayäwi  

ຄື​ເຈົ້າສີໂຫນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ອາໂມ ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ທຸກຄົນ​ໃນ​ການາອານ​ດ້ວຍ.


ແລະ​ເຈົ້າໂອກ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ບາຊານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ສັດຕູ​ດັ່ງ​ຝູງ​ງົວປ່າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ດັ່ງ​ງົວປ່າ​ຮ້າຍ​ແຕ່​ເຂດ​ບາຊານ​ທີ່​ປິດລ້ອມ​ໄວ້.


ບາຊານ​ເປັນ​ພູເຂົາ​ໃຫຍ່​ທີ່​ແຂງແກ່ນ​ຫລາຍ ເປັນ​ພູ​ທີ່​ມີ​ຫລາຍ​ຈອມ​ຫລາຍຍອດ


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ສັດຕູ​ຂອງ​ພວກເຈົ້າ ໃຫ້​ຄືນ​ມາ​ຈາກ​ບາຊານ ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ໃຫ້​ກັບຄືນ​ມາ ຈາກ​ບ່ອນ​ເລິກ​ສຸດ​ຂອງ​ມະຫາສະໝຸດ​ນັ້ນ


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.


ຈົ່ງ​ໃຫ້​ພວກມັນ​ກິນ​ຊາກສົບ​ຂອງ​ບັນດາ​ທະຫານ ແລະ​ດື່ມ​ເລືອດ​ຂອງ​ບັນດາ​ຜູ້ປົກຄອງ​ແຜ່ນດິນ​ໂລກ ຄື​ທັງໝົດ​ຈະ​ຖືກ​ຂ້າ​ເໝືອນ​ແກະເຖິກ ຫລື​ລູກແກະ ຫລື​ແບ້ ຫລື​ງົວເຖິກ​ໂຕ​ທີ່​ຕຸ້ຍພີ​ດີ.


ພວກເຈົ້າ ຍິງ​ຊາວ​ຊາມາເຣຍ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ອ້ວນພີ​ເໝືອນ​ດັ່ງ​ງົວແມ່​ທີ່​ລ້ຽງ​ໄວ້​ຢ່າງດີ​ໃນ​ບາຊານ ພວກເຈົ້າ​ປະຕິບັດ​ບໍ່​ຖືກຕ້ອງ​ຕໍ່​ຜູ້​ຂັດສົນ ພວກເຈົ້າ​ກົດຂີ່​ຄົນ​ຍາກຈົນ ແລະ​ຂໍຮ້ອງ​ຜົວ​ໃຫ້​ຂົນ​ເອົາ​ເຫຼົ້າ​ມາ​ໃຫ້​ພວກເຈົ້າ​ດື່ມ​ຢູ່​ບໍ່​ຂາດ


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ​ເຄິ່ງ​ເຜົ່າ​ຄື: ເຂດແດນ​ທັງໝົດ​ຂອງ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ນະຄອນ​ບາຊານ ພ້ອມ​ເມືອງ​ຕ່າງໆ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ເຫດການ​ນີ້​ເກີດຂຶ້ນ​ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ຊະນະ​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ເຮັດຊະໂບນ ແລະ​ເຈົ້າໂອກ​ກະສັດ​ຊາວ​ບາຊານ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ອັດຊະຕາໂຣດ​ແລະ​ເອັດເຣອີ.


ແຕ່​ເຈົ້າ​ສີໂຫນ​ແຫ່ງ​ເຮັດຊະໂບນ​ບໍ່​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ເພິ່ນ​ໄປ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ເພິ່ນ​ດື້ດຶງ​ແລະ​ແຂງກະດ້າງ ເພື່ອ​ພວກເຮົາ​ຈະ​ໄດ້​ຊະນະ​ແລະ​ຢຶດ​ເອົາ​ເຂດແດນ​ທັງໝົດ​ຂອງ​ເພິ່ນ ມາ​ຄອບຄອງ​ຈົນ​ເທົ່າ​ທຸກ​ວັນນີ້.


ເມື່ອ​ພວກເຮົາ​ໄດ້​ເດີນທາງ​ມາ​ຮອດ​ບ່ອນ​ນີ້ ເຈົ້າສີໂຫນ​ແຫ່ງ​ນະຄອນ​ເຮັດຊະໂບນ​ແລະ​ເຈົ້າໂອກ​ແຫ່ງ​ນະຄອນ​ບາຊານ ໄດ້​ຍົກທັບ​ມາ​ສູ້ຮົບ​ກັບ​ພວກເຮົາ, ແຕ່​ພວກເຮົາ​ໄດ້​ຊະນະ​ພວກເຂົາ


ພວກເຂົາ​ມີ​ງົວ​ແລະ​ແບ້ ບຽດ​ຢັດ​ເຕັມຝູງ ຜະລິດ​ນໍ້ານົມ​ໄດ້​ຫລາຍ ຢ່າງ​ອຸດົມສົມບູນ​ແທ້ ພວກເຂົາ​ມີ​ແກະ​ແລະ​ແບ້ ທັງ​ງົວ​ໂຕ​ທີ່​ຕຸ້ຍພີ​ຍິ່ງ ທັງ​ເຂົ້າ​ບະເລ​ອັນ​ດີເລີດ ແລະ​ເຫຼົ້າ​ອະງຸ່ນ​ຊັ້ນ​ດີທີ່ສຸດ.


ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ຂອງ​ເພິ່ນ ແລະ​ດິນແດນ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ຄົນ​ໜຶ່ງ​ອີກ​ຂອງ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


ພວກເຂົາ​ຍັງ​ໄດ້​ຊະນະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ເປັນ​ຜູ້​ສຸດທ້າຍ​ເຫຼືອ​ໃນ​ພວກ​ເຣຟາອິມ; ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ.


ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ອານາຈັກ​ຂອງ​ເຈົ້າໂອກ ກະສັດ​ຄົນ​ສຸດທ້າຍ​ຂອງ​ເຜົ່າ​ເຣຟາອິມ ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ. ໂມເຊ​ໄດ້​ຊະນະ​ພວກ​ເຫຼົ່ານີ້ ແລະ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ເມືອງ​ເຫຼົ່ານັ້ນ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ມະຫານາອິມ ຮ່ວມ​ກັບ​ພູພຽງ​ບາຊານ​ທັງໝົດ​ມີ​ດັ່ງນີ້: ອານາຈັກ​ທັງໝົດ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ລວມທັງ​ຫົກສິບ​ໝູ່ບ້ານ​ຂອງ​ຢາອີ​ໃນ​ບາຊານ


ແລະ​ເຖິງ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ​ແລະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ປົກຄອງ​ຢູ່​ໃນ​ເມືອງ​ອັດຊະຕາໂຣດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka