Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:32 - ພຣະຄຳພີສັກສິ

32 ແລະ​ໂມເຊ​ໄດ້​ສົ່ງ​ພວກ​ນັກສືບ​ເຂົ້າ​ໄປ​ສອດແນມ​ເບິ່ງ​ຊ່ອງທາງ ທີ່ດີ​ທີ່ສຸດ​ເພື່ອ​ເຂົ້າ​ໂຈມຕີ​ເມືອງ​ຢາເຊ. ຊາວ​ອິດສະຣາເອນ​ຈຶ່ງ​ຢຶດເອົາ​ຕົວເມືອງ​ໄດ້ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ແລະ​ໄດ້​ຂັບໄລ່​ຊາວ​ອາໂມ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້​ອອກໄປ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:32
10 Jak'a apnaqawi uñst'ayäwi  

ອາໂມ, ການາອານ, ກີກາຊີ ແລະ​ເຢບຸດ.”


ພວກເຂົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຄ້າຍ​ຢູ່​ທາງທິດໃຕ້​ຂອງ​ອາໂຣເອ ຊຶ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ຢູ່​ກາງ​ຮ່ອມພູ​ໃນ​ເຂດແດນ​ຂອງ​ເຜົ່າກາດ. ຈາກ​ບ່ອນ​ນີ້ ພວກເຂົາ​ກໍ​ອອກ​ໄປ​ທາງທິດເໜືອ​ຈົນເຖິງ​ເມືອງ​ຢາເຊ


ເຮົາ​ຈະ​ຮ້ອງໄຫ້​ໃຫ້​ປະຊາຊົນ​ສິບມາ ຫລາຍກວ່າ​ປະຊາຊົນ​ຢາເຊ​ອີກ. ເມືອງ​ສິບມາ​ເອີຍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ຊຶ່ງ​ງ່າ​ໄປ​ຈຸ​ຮອດ​ທະເລຕາຍ ແລະ​ໄປ​ໄກ​ຈົນຮອດ​ເມືອງ​ຢາເຊ, ແຕ່​ບັດນີ້​ໝາກໄມ້​ລະດູ​ຮ້ອນ ແລະ​ໝາກອະງຸ່ນ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງ​ຫຼັກແຫຼ່ງ ຢູ່​ໃນ​ເຂດ​ຂອງ​ຊາວ​ອາໂມ​ຕະຫລອດ​ມາ


ເຜົ່າ​ຣູເບັນ​ແລະ​ກາດ​ມີ​ຝູງສັດ​ເປັນ​ຈຳນວນ​ຫລວງຫລາຍ. ເມື່ອ​ພວກເຂົາ​ເຫັນ​ວ່າ ດິນແດນ​ຢາເຊ​ກັບ​ກີເລອາດ​ເໝາະ​ສຳລັບ​ການ​ລ້ຽງ​ສັດ


“ດິນແດນ​ສ່ວນ​ທີ່​ພຣະເຈົ້າຢາເວ​ໄດ້​ຢຶດເອົາ​ສຳລັບ​ປະຊາຊົນ​ອິດສະຣາເອນ​ເຊັ່ນ: ເມືອງ​ອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ​ເບໂອນ ເປັນ​ດິນ​ດີ​ຊຶ່ງ​ເໝາະ​ສຳລັບ​ລ້ຽງ​ສັດ ແລະ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ກໍ​ມີ​ຝູງສັດ​ຫລາຍ.


ອັດໂຣດ​ໂຊຟັນ, ຢາເຊ, ໂຢກເບຮາ,


ເຂດແດນ​ຂອງ​ພວກເຂົາ​ນັ້ນ ມີ​ດັ່ງນີ້: ຢາເຊ​ແລະ​ເມືອງ​ທັງໝົດ​ຕາມ​ພູ​ກີເລອາດ, ດິນແດນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ອຳໂມນ​ໄປ​ຈົນເຖິງ​ເມືອງ​ອາໂຣເອ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຣັບບາ


ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ເພື່ອ​ຂັບໄລ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ​ອອກ​ໜີ​ນັ້ນ ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕົກ​ສະທ້ານ​ຢ້ານກົວ. ດາບ​ກັບ​ໜ້າທະນູ​ຂອງ​ພວກເຈົ້າ ບໍ່ໄດ້​ໃຊ້​ການ​ຫຍັງ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka