31 ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຫຼັກແຫຼ່ງ ຢູ່ໃນເຂດຂອງຊາວອາໂມຕະຫລອດມາ
ອາໂມ, ການາອານ, ກີກາຊີ ແລະເຢບຸດ.”
ແຕ່ບັດນີ້ ລູກຫລານຂອງພວກເຂົານັ້ນ ຊໍ້າຖືກທຳລາຍຖິ້ມໝົດ; ຕາຍຢາຍກັນຕາມທາງ ແຕ່ເຮັດຊະໂບນເຖິງດີໂບນພຸ້ນ. ຕາຍແຕ່ນາຊິມດ້ວຍ ຈົນເຖິງເມືອງໂນຟາແດ່; ຄືບ່ອນທີ່ຢູ່ໃກ້ ກັບເຂດເມເດບາ”.
ແລະໂມເຊໄດ້ສົ່ງພວກນັກສືບເຂົ້າໄປສອດແນມເບິ່ງຊ່ອງທາງ ທີ່ດີທີ່ສຸດເພື່ອເຂົ້າໂຈມຕີເມືອງຢາເຊ. ຊາວອິດສະຣາເອນຈຶ່ງຢຶດເອົາຕົວເມືອງໄດ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ແລະໄດ້ຂັບໄລ່ຊາວອາໂມທີ່ອາໄສຢູ່ໃນເມືອງເຫຼົ່ານີ້ອອກໄປ.
ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ ເພື່ອຂັບໄລ່ກະສັດຂອງຊາວອາໂມສອງຄົນອອກໜີນັ້ນ ເຮົາໄດ້ເຮັດໃຫ້ພວກເຂົາຕົກສະທ້ານຢ້ານກົວ. ດາບກັບໜ້າທະນູຂອງພວກເຈົ້າ ບໍ່ໄດ້ໃຊ້ການຫຍັງເລີຍ.