30 ແຕ່ບັດນີ້ ລູກຫລານຂອງພວກເຂົານັ້ນ ຊໍ້າຖືກທຳລາຍຖິ້ມໝົດ; ຕາຍຢາຍກັນຕາມທາງ ແຕ່ເຮັດຊະໂບນເຖິງດີໂບນພຸ້ນ. ຕາຍແຕ່ນາຊິມດ້ວຍ ຈົນເຖິງເມືອງໂນຟາແດ່; ຄືບ່ອນທີ່ຢູ່ໃກ້ ກັບເຂດເມເດບາ”.
ສັດຕູບຸກໂຈມຕີຮອບດ້ານຢ່າງໃຈອຳມະຫິດ ແລະເລັ່ງໄລ່ຕິດຕາມຖືທະນູແລະໜ້າພ້ອມ.
ແລ້ວພວກເຂົາກໍໄດ້ຍິງທະນູຈາກກຳແພງມາໃສ່ພວກຂ້ານ້ອຍ. ນາຍທະຫານບາງຄົນຂອງທ່ານໄດ້ຖືກຂ້າ; ອູຣິຢານາຍທະຫານຂອງທ່ານກໍຖືກຂ້າເໝືອນກັນ.”
ລົດຮົບສາມສິບສອງພັນຄັນ ທີ່ຖືກຈ້າງມາ ແລະກອງທັບຂອງກະສັດມາອາກາ ໄດ້ຕັ້ງຄ້າຍຢູ່ໃກ້ເມືອງເມເດບາ. ແລ້ວຊາວອຳໂມນກໍໄດ້ອອກມາຈາກເມືອງຕ່າງໆຂອງພວກເຂົາ ເພື່ອຕຽມສູ້ຮົບ.
ພຣະອົງຍິງລູກທະນູໃສ່ສັດຕູແຕກຊະຊາຍໄປ ໄລ່ພວກເຂົາປົບໜີໂດຍແສງຟ້າແມບເຫລື້ອມ.
ປະຊາຊົນແຫ່ງດີໂບນ ປີນຂຶ້ນສູ່ເທິງພູເພື່ອໄປຮ້ອງໄຫ້ໃນບ່ອນທີ່ມີຮູບເຄົາຣົບ. ປະຊາຊົນແຫ່ງໂມອາບຄໍ່າຄວນດ້ວຍຄວາມໂສກເສົ້າໃຫ້ເມືອງເນໂບແລະເມືອງເມເດບາ; ພວກເຂົາໄດ້ແຖຫົວແລະແຖໜວດເພື່ອສະແດງຄວາມໂສກເສົ້າ.
ທີ່ເມືອງດີໂບນ ນໍ້າຫ້ວຍນອງໄປດ້ວຍເລືອດ ແລະພຣະເຈົ້າຍັງສະສົມສິ່ງທີ່ຮ້າຍກາດຫລາຍກວ່ານີ້ອີກ ໄວ້ສຳລັບປະຊາຊົນຢູ່ໃນທີ່ນັ້ນ. ແມ່ນແລ້ວ ຜູ້ທີ່ເຫຼືອຢູ່ໃນດິນແດນໂມອາບຈະຖືກຂ້າ ຈົນເລືອດໄຫລນອງແຜ່ນດິນ.
ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງດີໂບນເອີຍ ລົງຈາກຕຳແໜ່ງສູງຂອງພວກເຈົ້າສາເທາະ ແລະລົງມານັ່ງໃນຂີ້ຝຸ່ນເທິງພື້ນດິນສາ ຜູ້ທຳລາຍໄດ້ມາ ແລະປ້ອມຖືກເພພັງແລ້ວ.
ດີໂບນ, ເນໂບ, ເບັດດິບລາທາອິມ,
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຫຼັກແຫຼ່ງ ຢູ່ໃນເຂດຂອງຊາວອາໂມຕະຫລອດມາ
“ດິນແດນສ່ວນທີ່ພຣະເຈົ້າຢາເວໄດ້ຢຶດເອົາສຳລັບປະຊາຊົນອິດສະຣາເອນເຊັ່ນ: ເມືອງອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະເບໂອນ ເປັນດິນດີຊຶ່ງເໝາະສຳລັບລ້ຽງສັດ ແລະພວກຄົນຮັບໃຊ້ຂອງທ່ານກໍມີຝູງສັດຫລາຍ.
ເຜົ່າກາດໄດ້ສ້າງປ້ອມລ້ອມກຳແພງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ດີໂບນ, ອາຕາໂຣດ, ອາໂຣເອ,
ດິນແດນສ່ວນນີ້ກວມເອົາທັງເມືອງເຮັດຊະໂບນ ແລະເມືອງຕ່າງໆທີ່ພູພຽງນີ້ ມີດັ່ງນີ້, ດີໂບນ, ບາມົດບາອານ, ເບັດບາອານເມໂອນ,
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ແຄມຮ່ອມພູອາກໂນນ) ແລະເມືອງທີ່ຢູ່ທາງກາງຮ່ອມພູ ຕະຫລອດທັງພູພຽງຂອງເມືອງເມເດບາໄປຈົນເຖິງເມືອງດີໂບນ.