Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:29 - ພຣະຄຳພີສັກສິ

29 ຊາວ​ໂມອາບ​ຖືກ​ປາບສ້ຽງ ສູນເສຍ​ຢ່າງ​ຫລວງຫລາຍ; ເຈົ້າ​ຜູ້​ຝຶກ​ຂາບໄຫວ້ ພະ​ເຄໂມດ​ເລີຍສິ້ນ​ວອດວາຍ. ພະ​ຂອງ​ພວກເຈົ້າ​ນັ້ນ​ເຮັດ​ໃຫ້ ຄົນ​ປົບ​ຫລົບ​ໄພ​ໄປ​ຍົ່ວໆ; ຍິງ​ຕ້ອງ​ຖິ້ມ​ຜົວ​ຖິ້ມ​ລູກ ເປັນ​ຊະເລີຍ​ຮັບໃຊ້​ເຈົ້າ​ອາໂມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:29
12 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ຢູ່​ເທິງ​ພູເຂົາ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ກະສັດ​ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ພະ​ເຄໂມດ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ໂມອາບ ແລະ​ສ້າງ​ບ່ອນ​ຂາບໄຫວ້​ພະ​ໂມເລັກ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ທາງທິດໃຕ້​ຂອງ​ພູເຂົາ​ໝາກກອກເທດ ຊຶ່ງ​ເປັນ​ບ່ອນ​ສຳລັບ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າກຽດຊັງ​ຄື: ຮູບ​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ, ພະ​ເຄໂມດ​ຂອງ​ຊາວ​ໂມອາບ ແລະ​ພະ​ມິນກົມ​ຂອງ​ຊາວ​ອຳໂມນ.


ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.


ພວກເຂົາ​ຄອຍຖ້າ​ຢູ່​ຕາມ​ຕາຝັ່ງ​ແມ່ນໍ້າ​ອາກໂນນ ແລະ​ເຄື່ອນຍ້າຍ​ໄປມາຢ່າງ​ບໍ່ມີ​ເປົ້າໝາຍ ດັ່ງ​ນົກ​ທີ່​ຖືກ​ໄລ່​ໃຫ້​ໜີໄປ​ຈາກ​ຮັງ.


ແລ້ວ​ຊາວ​ໂມອາບ​ກໍ​ຈະ​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເຄໂມດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເບັດເອນ​ທີ່​ພວກເຂົາ​ໄດ້​ໄວ້ວາງໃຈ​ນັ້ນ.


ພວກ​ອົບພະຍົບ​ຫລົບໄພ​ທີ່​ໝົດ​ຊ່ອງທາງ ພະຍາຍາມ​ຫາ​ທີ່​ປົກປ້ອງ​ຄຸ້ມຄອງ​ຢູ່​ໃນ​ເຮັດຊະໂບນ ຄື​ນະຄອນ​ຊຶ່ງ​ຄັ້ງ​ໜຶ່ງ​ກະສັດ​ສີໂຫນ​ໄດ້​ປົກຄອງ ແຕ່​ເມືອງ​ນີ້​ກໍ​ຖືກ​ເຜົາຜານ. ໄຟ​ໄດ້​ໄໝ້​ເຂດແດນ ແລະ​ພູ​ສູງ​ຂອງ​ປະຊາຊົນ​ໂມອາບ​ຜູ້​ມັກ​ສົງຄາມ.


ສົງສານ​ປະຊາຊົນ​ໂມອາບ​ເດ ປະຊາຊົນ​ຜູ້​ຂາບໄຫວ້​ພະ​ເຄໂມດ​ໄດ້​ຖືກ​ທຳລາຍ​ແລ້ວ ແລະ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ກໍໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ​ສາ​ແລ້ວ.


ໂມອາບ ເຈົ້າ​ວາງໃຈ​ໃນ​ກຳລັງ​ກັບ​ຊັບສົມບັດ​ນໍ ແຕ່​ບັດນີ້​ເຈົ້າ​ພັດ​ຈະ​ຖືກ​ຕີ​ໃຫ້​ພ່າຍແພ້; ພະ​ເຄໂມດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ ລວມທັງ​ເຈົ້າຊາຍ ແລະ​ປະໂຣຫິດ​ດ້ວຍ.


ຂ້າພະເຈົ້າ​ແນມ​ເບິ່ງ ໄປ​ໃນ​ຄັ້ງໜ້າ​ຄັ້ງໃນ ແລະ​ຂ້າພະເຈົ້າ​ໄດ້​ເຫັນ ຊົນຊາດ​ອິດສະຣາເອນ​ນີ້. ມີ​ກະສັດ​ອົງ​ໜຶ່ງ​ຈະ​ເກີດຂຶ້ນ ດັ່ງ​ດວງ​ແຈ້ງ​ໃນ​ຊົນຊາດ​ຂອງ​ພວກເຂົາ ເໝືອນ​ດາວ​ຫາງ​ອັນ​ຊົງຣິດ ທີ່​ມາ​ຈາກ​ຊາດ​ອິດສະຣາເອນ​ນັ້ນ ເພິ່ນ​ຈະ​ເຂັ່ນຂ້າ​ເປັນ​ໝູ່ ຜູ້ນຳ​ຂອງ​ໂມອາບ​ທັງຫລາຍ ຜູ້​ທີ່​ໂຫດຮ້າຍ​ແລະ​ຈອງຫອງ. ເພິ່ນ​ຈະ​ປາບ​ພວກເຂົາ​ໝົດ​ທຸກຄົນ​ຖິ້ມ.


ບັດນີ້ ທ່ານ​ຈະ​ພະຍາຍາມ​ເອົາ​ຄືນ​ຊັ້ນບໍ? ທ່ານ​ຢຶດຄອງ​ເອົາ​ທຸກສິ່ງ ທີ່​ພະ​ເຄໂມດ​ຂອງ​ພວກທ່ານ​ມອບ​ໃຫ້​ໄດ້, ແຕ່​ພວກ​ຂ້າພະເຈົ້າ​ຈະ​ເກັບ​ຮັກສາ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka