Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:28 - ພຣະຄຳພີສັກສິ

28 ມີ​ຄັ້ງໜຶ່ງ​ໃນ​ນະຄອນນີ້​ ທີ່​ມີ​ຊື່​ວ່າ​ເຮັດຊະໂບນ; ກອງທັບ​ເຈົ້າສີໂຫນ ໄດ້​ຮຸກຮານ​ລາມ​ໄປ​ດັ່ງ​ໄຟ​ໄໝ້ ແລະ​ໄດ້​ທຳລາຍ​ເມືອງ​ອາຣະ ໃນ​ດິນແດນ​ໂມອາບ​ຈົນ​ໝົດ; ພ້ອມ​ທັງ​ກືນກິນ ອາກໂນນ ເມືອງ​ໂພນ​ພູດອຍ​ເຜົາຜານ​ກ້ຽງ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:28
20 Jak'a apnaqawi uñst'ayäwi  

ໃນ​ທີ່​ສູ້ຮົບ​ພວກ​ຊາຍໜຸ່ມ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ ແລະ​ພວກ​ຍິງສາວ​ກໍ​ບໍ່ມີ​ຜູ້ໃດ​ແຕ່ງງານ​ນຳ​ດ້ວຍ.


ເຫດສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຈະ​ສົ່ງ​ພະຍາດ​ໂຣຄາ ມາ​ລົງໂທດ​ຄົນ​ທີ່​ຢູ່ດີ​ກິນດີ. ໃນ​ຕົນຕົວ​ຂອງ​ເຂົາ​ນັ້ນ​ຈະ​ມີ​ໄຟ​ທີ່​ໄໝ້​ຢູ່​ແລະ​ເຜົາຜານ.


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຮ້ອງໄຫ້​ແຮງ​ຈົນ​ສຽງດັງ​ໄປ​ກາຍ​ເມືອງ​ຢາຮາດ. ແມ່ນແຕ່​ພວກ​ທະຫານ​ກໍ​ສັ່ນເຊັນ​ຈົນ​ໝົດ​ຄວາມ​ກ້າຫານ.


ປະຊາຊົນ​ຊາວ​ໂມອາບ​ໝົດ​ກຳລັງ​ແລ້ວ ທີ່​ຈະ​ໄປ​ເທິງ​ພູເຂົາ​ທີ່​ມີ​ຮູບເຄົາຣົບ​ຂອງ​ພວກເຂົາ ແລະ​ໄປ​ຍັງ​ວິຫານ​ຂອງ​ພວກເຂົາ​ເພື່ອ​ໄຫວ້ວອນ ແຕ່​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຕີເຣ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້.”


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ເມືອງ​ເຕມານ ແລະ​ຈະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ໂບຊະຣາ.”


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ວັງ​ທີ່​ກະສັດ​ຮາຊາເອນ​ໄດ້​ສ້າງ​ຂຶ້ນ ແລະ​ຈະ​ຈູດ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ກະສັດ​ເບັນຮາດາດ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ກາຊາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້.


ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ດິນແດນ​ໂມອາບ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ເກຣິໂອດ. ປະຊາຊົນ​ຊາວ​ໂມອາບ​ຈະ​ຕາຍ​ຍ້ອນ​ສຽງ​ອຶກກະທຶກ​ຂອງ​ການ​ສູ້ຮົບ ໃນ​ຂະນະທີ່​ພວກ​ທະຫານ​ກຳລັງ​ຮ້ອງໂຮ ແລະ​ສຽງ​ແກ​ກຳລັງ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ​ຢູ່​ນັ້ນ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ຢູດາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ນະຄອນ​ເຢຣູຊາເລັມ.”


ເນີນ​ຂອງ​ຮ່ອມພູ​ທັງຫລາຍ ຊຶ່ງ​ຢຽດ​ຍາວ​ອອກ​ໄປ​ສູ່​ເມືອງ​ອາຣະ ແລະ​ຕໍ່​ໃສ່​ຊາຍແດນ​ຂອງ​ໂມອາບ.”


ເຫດສະນັ້ນ ຈຶ່ງ​ມີ​ນັກ​ກະວີ​ໄດ້​ປະພັນ​ເພງ​ໄວ້​ວ່າ “ເຊີນ​ມາ​ທີ່​ເຮັດຊະໂບນ ເຈົ້າສີໂຫນ​ພະນະຄອນ ມາ​ບຸຣະນະ​ສ້ອມແປງ ສ້າງ​ນະຄອນ​ເພພັງ​ຂຶ້ນ​ໃໝ່.


ເຊົ້າ​ວັນໃໝ່​ມາ ເຈົ້າ​ບາຫລາກ​ໄດ້​ພາ​ບາລາອາມ​ຂຶ້ນ​ໄປ​ທີ່​ເມືອງ​ບາໂມດ-ບາອານ ຈາກ​ບ່ອນ​ນັ້ນ​ບາລາອາມ​ສາມາດ​ຫລຽວ​ເຫັນ​ປະຊາຊົນ​ອິດສະຣາເອນ​ສ່ວນ​ໜຶ່ງ​ໄດ້.


‘ວັນນີ້ ເຈົ້າ​ໃກ້​ຈະ​ຜ່ານ​ເຂດແດນ​ໂມອາບ​ໄປ​ທາງ​ເມືອງ​ອາຣະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ຊາວ​ໂມອາບ ເຊື້ອສາຍ​ຂອງ​ໂລດ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ. ເຮົາ​ໄດ້​ມອບ​ເມືອງ​ອາຣະ​ໃຫ້​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.’


ກົກ​ໜາມ​ຈຶ່ງ​ຕອບ​ວ່າ, ‘ຖ້າ​ພວກເຈົ້າ​ຢາກ​ໃຫ້​ຂ້ອຍ​ເປັນ​ກະສັດ​ຂອງ​ພວກເຈົ້າ​ແທ້ ເຊີນ​ມາ​ຊົ້ນ​ຮົ່ມ​ຂອງຂ້ອຍ​ແມ. ຖ້າ​ພວກເຈົ້າ​ບໍ່​ມາ ໄຟ​ຈະ​ອອກ​ມາ​ຈາກ​ງ່າ​ໜາມ​ຂອງຂ້ອຍ ແລະ​ລາມ​ໄປ​ໄໝ້​ຕົ້ນ​ສົນ​ທັງຫລາຍ​ທີ່​ຢູ່​ເທິງ​ພູເຂົາ​ເລບານອນ.”’


ຖ້າບໍ່​ດັ່ງນັ້ນ ກໍ​ຂໍ​ໃຫ້​ໄຟ​ຈາກ​ອາບີເມເຫຼັກ​ເຜົາຜານ​ຊາວ​ຊີເຄມ​ກັບ​ຊາວ​ເບັດມິນໂລ ແລະ​ຂໍ​ໃຫ້​ໄຟ​ຈາກ​ຊາວ​ຊີເຄມ​ກັບ​ຊາວ​ເບັດມິນໂລ​ເຜົາຜານ​ອາບີເມເຫຼັກ​ເຊັ່ນດຽວ​ກັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka